ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ: ສອງໂຄງການ ບົກຊິດໄດ້ປະກອບສ່ວນໃຫ້ແກ່ພື້ນຖານເສດຖະກິດ

(VOVWORLD) -ສອງໂຄງການ ບົກຊິດ ໄດ້ປະກອບສ່ວນໃຫ້ແກ່ເສດຖະກິດຂອງປະເທດຊາດ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ: ສອງໂຄງການ ບົກຊິດໄດ້ປະກອບສ່ວນໃຫ້ແກ່ພື້ນຖານເສດຖະກິດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 16 ເມສາ ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມສະຫລຸບ 10 ປີ ແຫ່ງການປະຕິບັດແຈ້ງການສະຫລຸບຂອງກົມການເມືອງກ່ຽວກັບການຈັດສັນເຂດສຳຫລວດ ຂຸດຄົ້ນ ປຸງແຕ່ງ ນຳໃຊ້ບໍ່ ບົກຊິດ ໄລຍະ ແຕ່ປີ 2025 -2030. ຄວາມຈິງ ສອງໂຄງການ ບົກຊິດ ໄດ້ປະກອບສ່ວນໃຫ້ແກ່ເສດຖະກິດຂອງປະເທດຊາດ. ບັນດາໂຄງການນີ້ກໍ່ປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ການພັດທະນາຂອງເຂດໄຕງວຽນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ ເພື່ອພັດທະນາຂະແຫນງອຸດສະຫະກຳ ອາລູມີນ ຕ້ອງເອົາໃຈໃສ່ເປັນພິເສດເຖິງການອະນຸລັກຮັກສາສິ່ງແວດລ້ອມ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ