ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫງວຽນ​ຊວນ​ຟຸກ ເຂົ້າ​ຮ່ວມ​ພິ​ທີ​ຕອບ​ສະ​ໜອງ​ໂຄງ​ການ​ປູກ​ຕົ້ນ​ໄມ້ 1 ຕື້​ຕົ້ນ ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ແຂ​ວງ​ເງະ​ອານ

(VOVWORLD) -ທີ່ພິທີປູກລະດົມ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມໄດ້ມອບຕົ້ນໄມ້ 10.000 ຕົ້ນໃຫ້ແກ່ປະຊາຊົນເມືອງ ໂດເລືອງ, ແຂວງເງະອານ. ການນຳແຂວງເງະອານໃຫ້ຮູ້ວ່າ, ນັບແຕ່ນີ້ຮອດປີ 2025 ຈະປູກຕົ້ນໄມ້ 50 ລ້ານຕົ້ນ, ເພື່ອປະກອບສ່ວນເຂົ້າໂຄງການປູກຕົ້ນໄມ້ 1 ຕື້ຕົ້ນ ໂດຍທ່ານນາຍົກລັດຖະມົນຕີປູກລະດົມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫງວຽນ​ຊວນ​ຟຸກ ເຂົ້າ​ຮ່ວມ​ພິ​ທີ​ຕອບ​ສະ​ໜອງ​ໂຄງ​ການ​ປູກ​ຕົ້ນ​ໄມ້ 1 ຕື້​ຕົ້ນ ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ແຂ​ວງ​ເງະ​ອານ - ảnh 1ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເຂົ້າຮ່ວມພິທີຕອບສະໜອງໂຄງການປູກຕົ້ນໄມ້ 1 ຕື້ຕົ້ນ ແລະ ເຮັດວຽກກັບການນຳແຂວງເງະອານ (ພາບ: VGP)

ຕອນເຊົ້າວັນທີ 14 ມີນາ, ຢູ່ເຂດປູຊະນີຍະສະຖານປະຫວັດສາດ ຊາວໜຸ່ມຕະລຸມບອນ ຈ່ວງບົນ, ຕາແສງ ໝີເຊີນ, ເມືອງ ໂດເລືອງ, ແຂວງເງະອານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີຕອບສະໜອງໂຄງການປູກຕົ້ນໄມ້ 1 ພັນຕົ້ນ ເພື່ອຫວຽດນາມແຫ່ງສີຂຽວ. ໂຄງການໂດຍກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມສົມທົບກັບຄະນະກຳມະການປະຊາຊົນແຂວງເງະອານຈັດຕັ້ງຂຶ້ນ.

ທີ່ພິທີປູກລະດົມ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມໄດ້ມອບຕົ້ນໄມ້ 10.000 ຕົ້ນໃຫ້ແກ່ປະຊາຊົນເມືອງ ໂດເລືອງ, ແຂວງເງະອານ. ການນຳແຂວງເງະອານໃຫ້ຮູ້ວ່າ, ນັບແຕ່ນີ້ຮອດປີ 2025 ຈະປູກຕົ້ນໄມ້ 50 ລ້ານຕົ້ນ, ເພື່ອປະກອບສ່ວນເຂົ້າໂຄງການປູກຕົ້ນໄມ້ 1 ຕື້ຕົ້ນ ໂດຍທ່ານນາຍົກລັດຖະມົນຕີປູກລະດົມ.

ແລະກໍ່ໃນຕອນເຊົ້າວັນທີ 14 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳຫຼັກແຫຼ່ງແຂວງເງະອານ. ທີ່ການເຮັດວຽກ ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ແຂວງເງະອານ ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ, ຮຽກຮ້ອງໃຫ້ຄະນະພັກ, ອຳນາດການປົກຄອງແຂວງຍູ້ແຮງການເຊື່ອມຊືມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ນຳມະຕິເຂົ້າສູ່ຊີວິດຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ