ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ເຂົ້າຮ່ວມເວທີປາໄສຊາວໜຸ່ມເລີ່ມທຸລະກິດ 2020

(VOVWORLD) -        ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ສະຫະພັນຊາວໜຸ່ມຫວຽດນາມ ສ້າງລາຍການເຄື່ອນໄຫວພາຍຫຼັງເວທີປາໄສໂດຍໄວ

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ເຂົ້າຮ່ວມເວທີປາໄສຊາວໜຸ່ມເລີ່ມທຸລະກິດ 2020 - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ເວທີປາໄສຊາວໜຸ່ມເລີ່ມທຸລະກິດ 2020

(ພາບ: TTXVN)

ຕອນບ່າຍວັນທີ 27 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ໄດ້ສົມທົບກັບສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ຈັດພິທີໄຂ “ວັນບຸນເລີ່ມທຸລະກິດປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ - Techfest 2020” ແລະ ເວທີປາໄສຊາວໜຸ່ມເລີ່ມທຸລະກິດປີ 2020 ດ້ວຍຫົວຂໍ້ “ພ້ອມກັບປະເທດຊາດຜ່ານຜ່າສິ່ງທ້າທາຍ”.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສຊາວໜຸ່ມເລີ່ມທຸລະກິດ 2020, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, ເວທີປາໄສແມ່ນໂອກາດເພື່ອວາງອອກບັນດາມາດຕະການແກ້ໄຂຢ່າງລະອຽດ, ແທດຈິງ ເພື່ອໃຫ້ບັນດາເພື່ອນໜຸ່ມສາມາດເສີມຂະຫຍາຍພູມປັນຍາຄວາມສຸດຈິດສຸດໃຈ, ຄວາມເມົາມົວຫຼົງໄຫຼຂອງຕົນເພື່ອເລີ່ມທຸລະກິດ, ຫັນຄວາມຝັນໃຫ້ປະກົດຜົນເປັນຈິງ.

        ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ສະຫະພັນຊາວໜຸ່ມຫວຽດນາມ ສ້າງລາຍການເຄື່ອນໄຫວພາຍຫຼັງເວທີປາໄສໂດຍໄວ ເພື່ອໜູນຊ່ວຍຊາວໜຸ່ມເລີ່ມທຸລະກິດ ແລະ ສົມທົບກັບບັນດາຂະແໜງ, ບັນດາອົງການທີ່ກ່ຽວຂ້ອງສຸມໃສ່ແກ້ໄຂບັນດາຮົ້ວກີດຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ