ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເປັນປະທານກອງປະຊຸມຄະນະປະຈໍາລັດຖະບານ ກ່ຽວກັບບັນດາໂຄງການ BOT

(VOVWORLD) -ຕອນເຊົ້າວັນທີ 8 ພະຈິກ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ຄະນະປະຈໍາການລັດຖະບານ ໄດ້ຈັດກອງປະຊຸມ ແລະຮັບຟັງບົດລາຍງານກ່ຽວກັບການສໍາຫຼວດກວດຄືນບັນດາໂຄງການ BOT.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເປັນປະທານກອງປະຊຸມຄະນະປະຈໍາລັດຖະບານ ກ່ຽວກັບບັນດາໂຄງການ BOT - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກກ່າວຄໍາເຫັນທີ່ກອງປະຊຸມ (ພາບ: vnexpress.net)

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າການລົງທຶນກໍ່ສ້າງໂຄງປະກອບພື້ນຖານໂຄງລ່າງເວົ້າລວມ ແລະ ໂຄງລ່າງຄົມມະນາຄົມຂົນສົ່ງເວ້ົ້າສະເພາະ ຕາມຮູບການ BOT ແມ່ນຈໍາເປັນ, ເໝາະສົມກັບມະຕິຂອງຄະນະບໍລິຫານງານສູນກາງພັກ. ທ່ານນາຍົກລັດຖະມົນຕີຖືວ່າ ໃນສະພາບທີ່ງົບປະມານແຫ່ງລັດຍັງຈໍາກັດຢູ່ນັ້ນ ຕ້ອງມີການປະກອບສ່ວນຈາກບັນດາພາກສ່ວນໃນສັງຄົມຢ່າງຫຼວງຫຼາຍ ແລະ ນີ້ກໍແມ່ນວິທີທີ່ເໝາະສົມກັບໂລກ.

        ກ່ຽວກັບບັນດາສິ່ງທີ່ຮ້ອນເຮັ່ງໃນປັດຈຸບັນ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ແຜນນະໂຍບາຍ ແມ່ນຄວນຮັບປະກັນສິດຜົນປະໂຫຍດຂອງລັດ, ນັກລົງທຶນ, ປະຊາຊົນ, ລະອຽດແມ່ນຮັບປະກັນຄວາມເປີດເຜີຍ, ໂປ່ງໃສ; ມີວິທີການດ້ານການເງິນຢ່າງຖືກຕ້ອງ. ພ້ອມກັນນັ້ນ ທ່ານ ຫງວຽນຊວນຟຸກ ກໍໃສ່ໃຈວ່າ ເລື່ອງແກ້ໄຂບັນດາຂໍ້ສະເໜີແນະຂອງປະຊາຊົນ, ວິສາຫະກິດທີ່ກ່ຽວຂ້ອງເຖິງບັນດາໂຄງການ BOT ຕ້ອງສຸດກົກສຸດປາຍ.

ຕອບກັບ

ຂ່າວ/ບົດ​ອື່ນ