ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ເປັນປະທານການເຮັດວຽກກັບບັນດາທ້ອງຖິ່ນເຂດທ່ົງພຽງແມ່່ນໍ້າຂອງທາງພາກໃຕ້ຫວຽດນາມ

(VOVWORLD) -ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າອະນຸກໍາມະການເສດຖະກິດ-ສັງຄົມ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ, ໄດ້ເປັນປະທານການເຮັດວຽກລະຫວ່າງ  ອະນຸກໍາມະການ ກັບບັນດາທ້ອງຖິ່ນເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແລະ ນະຄອນໂຮ່ຈີມິນ.
ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ເປັນປະທານການເຮັດວຽກກັບບັນດາທ້ອງຖິ່ນເຂດທ່ົງພຽງແມ່່ນໍ້າຂອງທາງພາກໃຕ້ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: chinhphu.vn)

ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ນະຄອນເກີນເທີ ຂອງຫວຽດນາມ ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າອະນຸກໍາມະການເສດຖະກິດ-ສັງຄົມ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ, ໄດ້ເປັນປະທານການເຮັດວຽກລະຫວ່າງ  ອະນຸກໍາມະການ ກັບບັນດາທ້ອງຖິ່ນເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແລະ ນະຄອນໂຮ່ຈີມິນ. ກ່າວຄໍາເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່່າ:

        “ນີ້ແມ່ນການປຶກສາຫາລືໂດຍກົງລະຫວ່າງການນໍາບັນດາແຂວງເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ກັບ ຜູ້ນໍາບັນດາຂົງເຂດ, ຂະແໜງການ ກໍຄື ອະນຸກໍາມະການ. ເພາະສະນັ້ນ, ຂ້າພະເຈົ້າສະເໜີໃຫ້ບັນດາທ້ອງຖິ່ນ ຈົ່ງຍົກອອກບັນດາບັນຫາທີ່ພົ້ນເດັ່ນທີ່ສຸດ ກ່ຽວກັບໝາກຜົນທີ່ບັນລຸໄດ້, ຂໍ້ຄົງຄ້າງ, ຂໍ້ຈໍາກັດ, ໂດຍສະເພາະແມ່ນບັນດາບົດຮຽນປະສົບການທີ່ບັນລຸໄດ້ໃນໄລຍະ 5 ປີີ, 10 ປີ ຜ່ານມາ. ພິເສດ ແມ່ນວິທີໝູນໃຊ້ຮູບແບບໃໝ່ປະດິດຄິດສ້າງຢ່າງສໍາເລັດຜົນ ແລະ ມີປະສິດທິຜົນ ກໍຄືບັນດາຂໍ້ຕິດຂັດ, ຮົ້ວກີດຂວາງທີ່ຕ້ອງແກ້ໄຂ. ນອກຈາກນັ້ນ, ບໍ່ພຽງແຕ່ສະເໜີທິດທາງ, ໜ້າທີ່ ໃນໄລຍະ 2025 2030 ເທົ່ານັ້ນ ຫາກຍັງຕ້ອງສະເໜີວິໄສທັດຮອດປີ 2045 ອີກດ້ວຍ. ສ້າງສາຍສໍາພັນລະຫວ່່າງບັນດາທ້ອງຖິ່ນໃນເຂດ ກັບນະຄອນ ໂຮ່ຈີມິນ ແລະ ທັງປະເທດ ເພື່ອຮັບປະກັນການພັດທະນາເສດຖະກິດແບບຍືນຍົງ, ຮັບປະກັນຄວາມສະຫງົບ, ປອດໄພ”.

        ບົນພື້ນຖານຄໍາເຫັນປະກອບຈາກທ້ອງຖິ່ນຕ່າງໆ, ທ່ານນາຍົກລັດຖະມົນຕີ ຊີ້ນໍາການນໍາບັນດາກະຊວງ, ຂະແໜງການຮັບຟັງ, ຕອບ ແລະ ເຮັດແຈ້ງທິດການກໍານົດທິດພັດທະນາຂອງ 13 ແຂວງເຂດທົ່ງພຽງແມ່່ນໍ້າຂອງທາງພາກໃຕ້ຫວຽດນາມ ໃນໄລຍະ 5 ປີ, 10 ປີ ແລະ ວິໄສທັດຮອດປີ 2045./.

ຕອບກັບ

ຂ່າວ/ບົດ​ອື່ນ