ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກກ່າວຄຳເປັນໄຂກອງປະຊຸມອະນາຄົດອາຊີຄັ້ງທີ 23

(VOVWORLD) -ຕອນເຊົ້າວັນທີ 5 ມີຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ ແລະ ກ່າວປາໄສໄຂກອງປະຊຸມອະນາຄົດອາຊີ ຄັ້ງທີ 23 ຊື່ງຈັດຂຶ້ນຢູ່ ນະຄອນຫລວງ ໂຕກຽວ ຂອງຍີ່ປຸ່ນ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກກ່າວຄຳເປັນໄຂກອງປະຊຸມອະນາຄົດອາຊີຄັ້ງທີ 23 - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກກ່າວຄຳເຫັນທີ່ກອງປະຊຸມ

ເຂົ້າຮ່ວມກອງປະຊຸມ ມີການນຳຂັ້ນສູງ ແລະ ຜູ້ຕາງຫນ້າບັນດາກະຊວງ, ຂະແຫນງການຂອງຫລາຍປະເທດ ອາຊີ, ບັນດາຜູ້ແທນມາຈາກບັນດາອົງການຈັດຕັ້ງພາກພື້ນ ແລະ ສາກົນ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ ໂລກາພິວັດ ແມ່ນ ທ່າອ່ຽງ ແລະ ບໍ່ພຽງແຕ່ແມ່ນວິວັດການເສດຖະກິດເທົ່ານັ້ນ ຫາກສ່ອງແສງໃຫ້ເຫັນບັນດາຄວາມມຸ່ງຫວັງທີ່ຍາວໄກ, ຄວາມຜາສຸກ ແລະ ສິ່ງທົດສອບຂອງມະນຸດ. ທ່ານນາຍົກລັດຖະມົນຕີ ຍົກໃຫ້ເຫັນບົດບາດກຳລັງຫນູນການເຕີບໂຕຫລັກແຫລ່ງຂອງ ອາຊີ ສຳລັບວິວັດການໂລກາພິວັດ, ບັນດາສິ່ງທ້າທາຍໃຫຍ່ ຊື່ງ ອາຊີ ພວມປະເຊີນຫນ້າ ແລ ະສະເຫນີ 3 ໝວດມາດຕະການ. ທ່ານນາຍົກລັດຖົນມຕີ ກໍ່ແບ່ງປັນບັນດາຜົນງານຊື່ງຫວຽດນາ ບັນລຸໄດ້ໃນ 30 ປີແຫ່ງການປ່ຽນແປງໃຫມ່ ແລະ ຢືນຢັນ ຄວາມຕັດສິນໃຈສ້າງລັດຖະບານສ້າງສັນພັດທະນາ, ສຸດຈິດສຸດໃຈຮັບໃຊ້ປະຊາຊົນ ແລະ ວິສາຫະກິດ. 

ຕອບກັບ

ຂ່າວ/ບົດ​ອື່ນ