ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ຄວາມສາມັກຄີ, ການຫນູນຊ່ວຍກັນແມ່ນກຸນແຈເພື່ອໃຫ້ບັນດາປະເທດຜ່ານຜ່າຄວາມຫຍຸ້ງຍາກ

(VOVWORLD) -ກອງປະຊຸມສຸດຍອດພິເສດ ອາຊຽນ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ 19 ໄດ້ອັດລົງໃນຕອນບ່າຍວັນທີ 14 ເມສາ. 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ຄວາມສາມັກຄີ, ການຫນູນຊ່ວຍກັນແມ່ນກຸນແຈເພື່ອໃຫ້ບັນດາປະເທດຜ່ານຜ່າຄວາມຫຍຸ້ງຍາກ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ

ພາບ:BNG

ທີ່ກອງປະຊຸມ, ບັນດາປະເທດໄດ້ແບ່ງປັນບົດຮຽນ ໃນການສະກັດກັ້ນ ແລະ ຄວບຄຸມໂລກລະບາດ ໂຄວິດ 19 ແລະ ບັນດາບາດກ້າວເດີນຕໍ່ໄປເພື່ອຫລຸດຜ່ອນການຊຸດໂຊມເສດຖະກິດ ແລະ ການກະທົບທາງລົບເຖິງຄວາມສະຖຽນລະພາບທາງສັງຄົມກໍ່ຄືການດູແລສຸຂະພາບ ແລະ ຊີວິດອີນຊີຂອງປະຊາຊົນ.

ບັນດາປະເທດ ອາຊຽນ + 3 ໃຫ້ຄຳໝັ້ນສັນຍາ: ຮັກສາຕະຫລາດເປີດ, ລົງນາມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໂດຍໄວ, ເຊື່ອມຕໍ່ແຫລ່ງສະຫນອງຢູ່ພາຍໃນ ແລະ ນອກພາກພື້ນເປັນຫລາຍຮູບແບບ, ຮັບປະກັນການຈໍລະຈອນສິນຄ້າ, ການບໍລິການ, ເປັນຕົ້ນແມ່ນຜະລິດຕະພັນການແພດທີ່ຈຳເປັນ… ບັນດາການນຳ ອາຊຽນ ຢືນຢັນຈະຮ່ວມມືກັບບັນດາປະເທດຄູ່ຮ່ວມມື, ໃນນັ້ນ ມີຈີນ, ຍີ່ປຸ່ນ, ສ.ເກົາຫລີ ຍາມໃດກໍ່ແມ່ນບຸລິມະສິດຂອງ ອາຊຽນ ໃນການຮັບມືກັບໂລກລະບາດ.

ບັນດາປະເທດຄູ່ຮ່ວມມືໃຫ້ຄຳໝັ້ນສັນຍາພ້ອມກັບບັນດາປະເທດ ອາຊຽນ ຮ່ວມແຮງຮ່ວມໃຈຮັບມືກັບໂລກລະບາດ, ພ້ອມແລ້ວແບ່ງປັນບົດຮຽນ, ນະໂຍບາຍ, ວິທີການປິ່ນປົວ, ຫນູນຊ່ວຍອຸປະກອນການແພດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເນັ້ນຫນັກ: ການແບ່ງປັນບົດຮຽນ, ການຫນູນຊ່ວຍກັນ ແລະ ຄວາມສາມັກຄີລະຫວ່າງບັນດາປະເທດ ຈະແມ່ນກຸນແຈເພື່ອໃຫ້ບັນດາປະເທດຜ່ານຜ່າຄວາມຫຍຸ້ງຍາກນີ້.

ສິ້ນສຸດກອງປະຊຸມ ບັນດາການນຳ ໄດ້ອອກຖະແຫລງການຮ່ວມຂອງກອງປະຊຸມສຸດຍອດພິເສດ ອາຊຽນ +3 ກ່ຽວກັບໂລກລະບາດ ໂຄວິດ 19. ບັນດາຜູ້ແທນຕີລາຄາສູງ ຫວຽດນາມ ໄດ້ຕັ້ງຫນ້າ ເປັນເຈົ້າການຈັດຕັ້ງກອງປະຊຸມຄັ້ງນີ້ສຳເລັດຜົນ, ປະກອບສ່ວນຢ່າງແທດຈິງໃຫ້ແກ່ການສະກັດກັ້ນໂລກລະບາດໂຄວິດ 19 ຂອງພາກພື້ນ ແລະປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ