ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບການນຳກຸ່ມບໍລິສັດເສດຖະກິດຈີນຈຳນວນຫນຶ່ງ

 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບການນຳກຸ່ມບໍລິສັດເສດຖະກິດຈີນຈຳນວນຫນຶ່ງ - ảnh 1

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ຕ້ອນ​ຮັບ​ການ​ນຳ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ​ຈີນ​ຈຳ​ນວນ​ຫນຶ່ງ


(vovworld)-  ​ ​ຕອນ​ບ່າຍ​ວັນ​ທີ 5/12 ຢູ່ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕ້ອນ​ຮັບ​ທ່ານ​ນາງ  ຫລີຈື​ຫີນ ປະ​ທານບ​ໍ​ລິ​ສັດ​ຫຸ້ນ​ສ່ວນ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ Kaidi ຈຳ​ກັດ ແລະ ທ່ານ ຫລີ ຄວາຍ​ເຈີນ ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ລົງ​ທຶນ…ຈີນ​ພວມ​ມີ​ການ​ສຳ​ຫລວດ​ຕະ​ຫລາດ​ຢູ່​ຫວຽດ​ນາມ ເພື່ອ​ຊອກ​​ຫາ​ກາ​ລາ​ໂອ​ກາດ​ຮ່ວມ​ມື​ລົງ​ທຶນ​ຢູ່​ຫວຽດ​ນາມ. ນະ​ທີ່ນີ້ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ຫນັກ​ວ່າ​: ໄລ​ຍະ​ຜ່ານ​ມາ ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງບໍ່​ຢຸດຢັ້ງ. ລັດ​ຖະ​ບານ​ຫວຽດ​ນາມ ຍາມ​ໃດ​ກໍ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ນັກ​ລົງ​ທຶນເຂົ້າ​ມາ​ຫວຽດ​ນາມ, ໃນ​ນັ້ນ ມີ​ນັກ​ລົງ​ທຶນ​ຈີນ ພ້ອມ​ທັງ​ໃສ່​ໃຈ​ບັນ​ດາ​ນັກ​ລົງ​ທຶນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄຫມ, ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​. ນີ້​ແມ່ນ​ບັນ​ດາຂົງ​ເຂດມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາຫລາຍ​ຢ່າງຢູ່​ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ​ໃຫ້​ບັນ​ດາ​ກະ​ຊວງ, ຂ​ະ​ແຫນງ​ການ​ກ່ຽວ​ຂ້ອງ​ຕ້ອງ​ເຮັດ​ວຽກ​ລະ​ອຽດ​ກັບ​ກຸ່ມ​ບໍ​ລິ​ສັດ 2 ແຫ່ງ​ດັ່ງ​ກ່າວ ເພື່ອ​ແກ້​​ໄຂ​ບັນ​ດາ​ຄຳ​ສະ​ເຫນີ​ແນະ, ສ້າງ​ຄວາມ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ​ລົງ​ທຶນ​ຢູ່​ຫວຽດ​ນາມ.


ຕອບກັບ

ຂ່າວ/ບົດ​ອື່ນ