ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຕ້ອນຮັບການນຳມະຫາວິທະຍາໄລ Harvard Kennedy

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາວ່າ ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ສືບຕໍ່ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ.

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຕ້ອນຮັບການນຳມະຫາວິທະຍາໄລ Harvard Kennedy - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄຕ້ອນຮັບທ່ານ Douglas Elmendorf, ອະທິການບໍດີມະຫາວິທະຍາໄລ Harvard Kennedy 

(ພາບ: TTXVN)

ຕອນບ່າຍວັນທີ 17 ມັງກອນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Douglas Elmendorf, ອະທິການບໍດີມະຫາວິທະຍາໄລ Harvard Kennedy; ທ່ານ Thomas Valley, ຫົວໜ້າໂຄງການຫວຽດນາມ ຢູ່ມະຫາວິທະຍາໄລ Harvard ແລະ ຜູ້ຕາງໜ້າຂອງມະຫາວິທະຍາໄລ Fulbright ຢູ່ຫວຽດນາມ.

          ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາວ່າ ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ສືບຕໍ່ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ມະຫາວິທະຍາໄລ Harvard ສືບຕໍ່ຮັກສາໂຄງການການນຳຄຸ້ມຄອງຂັ້ນສູງ, ຊ່ວຍໃຫ້ການນຳຫວຽດນາມ ມີເງື່ອນໄຂແລກປ່ຽນກັບບັນດາສາດສະດາຈານ, ນັກຊ່ຽວຊານຂອງມະຫາວິທະຍາໄລ Harvard; ປະກອບສ່ວນເຂົ້າໃນການສ້າງວິໄສທັດ, ສ້າງແນວຄວາມຄິດໃຫ້ບັນດານັກວາງແຜນນະໂຍບາຍຂັ້ນສູງຂອງຫວຽດນາມ… ທ່ານນາຍົກລັດຖະມົນຕີປາດຖະໜາວ່າ, ຜ່ານການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ຈະເປີດປະຫວັດສາດໜ້າໃໝ່ໃນການພົວພັນຮ່ວມມືດ້ານການສຶກສາ, ບຳລຸງສ້າງລະຫວ່າງມະຫາວິທະຍາໄລ Harvard ກັບຫວຽດນາມ.

          ສ່ວນທ່ານ Douglas Elmendorf, ອະທິການບໍດີມະຫາວິທະຍາໄລ Harvard Kennedy ໃຫ້ຮູ້ວ່າ, ມະຫາວິທະຍາໄລໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍ ແລະ ຊຸກຍູ້ບັນດາໂຄງການ, ຂໍ້ລິເລີ່ມຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ