ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຜູ້ແທນສຳນັກຂ່າວສານYonhap ຂອງ ສ. ເກົາຫຼີ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຜູ້ແທນສຳນັກຂ່າວສານYonhap ຂອງ ສ. ເກົາຫຼີ - ảnh 1
ທ່ານປະ​ທານ, ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ສ​ຳ​ນັກ​ຂ່າວ​ສານ Yonhap 
Park No – hwang ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ

(vovworld) - ​​ ​​ຕອນ​ບ່າຍ​ວັນ​ທີ 9/2, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕ້ອນ​ຮັບ​ທ່ານ Park No – hwang, ປະ​ທານ, ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ສ​ຳ​ນັກ​ຂ່າວ​ສານ Yonhap ຂອງ ສ. ເກົາຫຼີ ​ທີ່ພວມ​ມີ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຫວັງ​ວ່າ: Yonhap ແລະ ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ທຸກ​ດ້ານ, ປະ​ກອບ​ສ່ວນຫຼາຍ​ກ່​ວາ​ໃຫ້​ແກ່​ການ​ຊຸກ​ຍູ້ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດ ຫວຽດ​ນາມ - ສ. ເກົ​າຫຼີ. ເນັ້ນ​ໜັກ​ວ່າ ປີ 2017 ແມ່ນ​ປີ​ທີ່ 2 ປະ​ເທດ​ສະ​ເຫຼີມ​ສະຫຼອງ 25 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ສ. ເກົາຫຼີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຫວັງ​ວ່າ: Yonhap ເພີ່ມ​ທະ​ວີ​ການ​ສະ​ໜອງຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ປະ​ເທດ​ຊາດ, ປະ​ຊາ​ຊົນ ແລະ ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ ຢູ່ ຫວຽດ​ນາມ ກ່​ວາ​ອີກ, ພິ​ເສດ​ແມ່ນ​ຜົນ​ງານ​ໃນ​ການ​ພົວ​ພັນ​ຂອງ 2 ປະ​ເທດ, ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ເຖິງ​ຂໍ້​ມ​ູນຂ່າວ​ກ່ຽວ​ກັບ​ໝາກ​ຜົນ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຂອງ ຫວຽດ​ນາມ, ຜ່ານນັ້ນ​ປະ​ກອບ​ສ່ວນ​ດຶງ​ດູດ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງ​ທຶນ​ຂອງ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ວິ​ສາ​ຫະ​ກິດ ສ. ເກົາຫຼີ ເຂົ້າ​ ຫວຽດ​ນາມ ກ່​ວາ​ອີກ.

        ສ່ວນ​ທ່ານ​ປະ​ທານ Yonhap Park No – hwang ໄດ້​ແຈ້ງ​ໃຫ້​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ​ຊາບກ່ຽວ​ກັບ​ໝາກ​ຜົນ​ແຫ່ງ​ການ​ເຮັດ​ວຽກ​ຂອງ​ຄະ​ນະ​ປະ​ຕິ​ບັດ​ງານ​ສຳ​ນັກ​ຂ່າວ​ສານ Yonhap ກັບ ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ. 2 ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​ກັນ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ດ້ານ​ວິ​ຊາ​ການ, ສ​້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ເປີດ​ກ້​ວາງ​ການ​ພົວ​ພັນ​ສົມ​ທົບ​ກັນ​ລະ​ຫວ່າງ​ສຳ​ນັກ​ຂ່າວ​ສານ 2 ​ປະ​ເທດເພື່ອ​ໂຄ​ສະ​ນາສະ​ພາບ​ການ​ເມືອງ, ສະ​ຖາ​ນະ​ການ​ການ​ເມືອງ, ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດກໍ່​ຄື​ໂຄ​ສະ​ນາ​ຮູບ​ພາບ​ປະ​ເທດ​ຊາດ, ປະ​ຊາ​ຊົນ ຫວຽດ​ນາມ ແລະ ສ. ເກົາຫຼີ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຊັດ​ເຈນ ແລະ ທັນ​ການ​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ