ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບທ່ານJungYoungSooທີ່ປຶກສາຂັ້ນສູງທົ່ວໂລກກຸ່ມບໍລິສັດCJ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບທ່ານJungYoungSooທີ່ປຶກສາຂັ້ນສູງທົ່ວໂລກກຸ່ມບໍລິສັດCJ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ
ຕ້ອນຮັບທ່ານ Jung Young Soo ທີ່​ປຶກສາ​ຂັ້ນ​ສູງ​ທົ່ວ​ໂລກກຸ່ມ​ບໍລິສັດ CJ
(ພາບ: VGP)

(vovworld) - ທີ່​ການ​ຕ້ອນຮັບທ່ານ Jung Young Soo ທີ່​ປຶກສາ​ຂັ້ນ​ສູງ​ທົ່ວ​ໂລກກຸ່ມ​ບໍລິສັດ CJ ໃນ​ຕອນ​ບ່າຍ​ວັນ​ທີ 28/09 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ລັດຖະບານ ຫວຽດນາມ ພວມ​ມານະ​ພະຍາຍາມ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນ​ດາ​ນັກ​ລົງທຶນ​ຕ່າງປະ​ເທດ, ​ໃນ​ນັ້ນ ມີ​ບັນດາ​ນັກ​ລົງທຶນ ສ.​ເກົາຫຼີ ​ແລະ ໜຶ່ງ​ໃນ​ຈຳນວນນັ້ນ​ແມ່ນ CJ. ຫວຽດນາມ ມານະ​ພະຍາຍາມ ຮັກສາ​ເສດຖະກິດ​ມະ​ຫາ​ພາກ, ອັດຕາ​ແລກປ່ຽນ​ເງິນຕາ​ເປັນ​ປົກ​ກະຕິ, ສູ້​ຊົນ​​ເພື່ອ​ບັນລຸ​ລະດັບ​ເຕີບ​ໂຕ​​ເສດຖະກິດ​ສູງ ກໍ່​ຄື​ຮັກສາ​ສະພາບ​ແວດ​ລ້ອມ​ດ້ານ​ການ​ເມືອງ​ສັນຕິພາບ, ສະຖຽນ​ລະ​ພາບ ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ມີ​ໂອກາດ​ລົງທຶນ ດຳ​ເນີນ​ທຸລະ​ກິດ ​ແລ​ະ ມີ​ຄວາມອຸ່ນ​ອ່ຽນ​ໃຈ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຕີ​ລາຄາ​ສູງ​ເລື່ອງ​ກຸ່ມ​ບໍລິສັດ CJ ​​ເຊິ່ງແມ່ນ​ເຄື່ອງໝາຍ​ການ​ຄ້າ​ໃຫຍ່​ຂອງ ສ.​ເກົາຫຼີ ພວມ​ເປີດ​ກ້ວາງ​ການ​ລົງທຶນ​ຢູ່ ຫວຽດນາມ ​ແລະ ​ເຊື່ອ​ໝັ້ນ​ວ່າ ກຸ່ມ​ບໍລິສັດ CJ ຈະ​ປະສົບ​ຜົນສຳ​ເລັດ​ຢູ່ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຖື​ວ່າ: ບັນ​ດາ​ຂົງ​ເຂດ ​ເຊິ່ງ CJ ພວມ​ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ ກໍ່​ແມ່ນ​ບັນດາ​ຂົງ​ເຂດທີ່ ຫວຽດນາມ ພວມ​ມີ​ການ​ຕ້ອງການ​ພັດທະນາ ​ແລະ ດຶງ​ດູດ​ການ​ລົງທຶນ. ທ່ານ​ນາຍົກລັດຖະມົນຕີກໍ່ສະ​ແດງ​ຄວາມ​ຫວັງ​ວ່າ CJ ຈະ​ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບ ຜະລິດຕະພັນ, ​ໂຄສະນາ​ເຄື່ອງໝາຍ​ການ​ຄ້າ​ຂອງຜະລິດ​ຕະພັນ​ກະ​ເສດ, ສະບຽງ​ອາຫານ ຫວຽດນາມ ອອກ​ສູ່​ຕະຫລາດ​ໂລກ.

 

 

 

ຂ່າວ/ບົດ​ອື່ນ