ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບບັນດານັກລົງທຶນເຂົ້າບາກລຽວ

(VOVWORLD) -ຕອນຄ່ຳວັນທີ 25 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບບັນດານັກລົງທຶນຄາດວ່າຈະລົງທຶນເຂົ້າໂຄງການໂຮງງານຜະລິດໄຟຟ້າອາຍແກັດທຳມະຊາດ (ອາຍແກັດ LNG) ຢູ່ ບາກລຽວ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບບັນດານັກລົງທຶນເຂົ້າບາກລຽວ - ảnh 1ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບບັນດານັກລົງທຶນເຂົ້າບາກລຽວ

(ພາບ: VGP)

ໂຄງການຈະລົງທຶນມີກຳລັງການຜະລິດ 3.200 MW ດ້ວຍຍອດຈຳນວນເງິນລົງທຶນປະມານ 4 ຕື້ດົ່ງ. ຖ້າຫາກໄດ້ຮັບການສະໜັບສະໜູນ, ການຮ່ວມມື ແລະ ຊ່ວຍເຫຼືອຈາກລັດຖະບານ, ບັນດາກະຊວງ, ຂະແໜງການຂອງຫວຽດນາມ, ຄາດວ່າ, ໃນເວລາ 3 ປີຈະມາເຖິງບັນດານັກລົງທຶນຈະຈ່າຍໄຟຟ້າໜ່ວຍທຳອິດດ້ວຍກຳລັງການຜະລິດ 1.000 MW.

        ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແມ່ນເຂດມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ ເພື່ອລົງທຶນບັນດາໂຄງການໄຟຟ້າອາຍແກັດ, ປະຈຸບັນມີນັກລົງທຶນຫຼານຄົນພວມມີຄວາມສົນໃຈຢາກລົງທຶນກໍ່ສ້າງໂຮງງານໄຟຟ້າອາຍແກັດຢູ່ເຂດນີ້. ທ່ານນາຍົກລັດຖະມົນຕີໄດ້ຊົມເຊີຍບັນດາຄູ່ຮ່ວມມືທີ່ມີຄວາມສົນໃຈຊອກຮູ້ ແລະ ສະເໜີໂຄງການລົງທຶນ; ພ້ອມທັງເນັ້ນໜັກວ່າ ນີ້ແມ່ນໂຄງການມີເງິນລົງທຶນຫຼາຍ, ສະນັ້ນທຸກຂອດຕ້ອງປະຕິບັດຢ່າງເຂັ້ມງວດ, ຖືກຕາມແຜນການຂັ້ນຕອນ. ໂຄງການຕ້ອງຮັບປະກັນຈຳກັດຜົນສະທ້ອນເຖິງສິ່ງແວດລ້ອມຢ່າງສຸດຂີດ, ລາຄາໄຟຟ້າຕ້ອງມີລັກສະນະແກ່ງແຍ້ງສູງ ແລະ ຮັບປະກັນຄວາມຄືບໜ້າຂອງໂຄງການ.

ຕອບກັບ

ຂ່າວ/ບົດ​ອື່ນ