ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບບັນດາສາດສະດາຈານມະຫາວິທະຍາໄລ Harvard, ອາເມລິກາ

(VOVWORLD) -ຕອນເຊົ້າວັນທີ 18 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານສາດສະດາຈານ Davis Dapice, ຫົວໜ້ານັກເສດຖະກິດຂອງໂຄງການຫວຽດນາມ ຢູ່ມະຫາວິທະຍາໄລ Harvard ແລະ ທ່ານສາດສະດາຈານ Thomas Vallely, ປະທານສະພາບໍລິຫານກອງທຶນການປະດິດຄິດສ້າງການສຶກສາມະຫາວິທະຍາໄລຫວຽດນາມ, ຜູ້ອຳນວຍການໃຫຍ່ໂຄງການຫວຽດນາມ ຂອງມະຫາວິທະຍາໄລ Harvard, ອາເມລິກາ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບບັນດາສາດສະດາຈານມະຫາວິທະຍາໄລ Harvard, ອາເມລິກາ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບບັນດາສາດສະດາຈານ Thomas Vallely

(ພາບ: VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງບັນດາໂຄງການຊີ້ນຳການຄຸ້ມຄອງຂັ້ນສູງຫວຽດນາມ ໃນຊຸມປີຜ່ານມາ ແລະ ໃຫ້ຮູ້ວ່າ, ຫວຽດນາມ ພວມຄັດເລືອກບັນດາມາດຕະການແກ້ໄຂ ເພື່ອນຳຫວຽດນາມ ໃຫ້ກາຍເປັນ “ເສືອໂຕ” ໃໝ່ກ່ຽວກັບເສດຖະກິດ. ສະນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີວ່າ, ໂຄງການຊີ້ນຳການຄຸ້ມຄອງຂັ້ນສູງຫວຽດນາມ ຄົ້ນຄວ້າ ແລະ ຄັດເລືອກບັນດາຫົວຂ້ໃຫ້ເໝາະສົມ.     

        ຕີລາຄາຫວຽດນາມ ມີລະດັບເຕີບໂຕເສດຖະກິດດີພໍສົມຄວນເມື່ອທຽບໃສ່ບັນດາປະເທດອ້ອມຂ້າງ, ທ່ານສາດສະດາຈານ Thomas Vallely ຖືວ່າ, ຫວຽດນາມ ສາມາດກາຍເປັນ “ເສືອໂຕ” ໃໝ່ຢູ່ອາຊີ, ຫວຽດນາມ ຄວນສຸມໃສ່ເຂົ້າໃນບັນດາການບໍລິການມີມູນຄ່າເພີ່ມສູງ, ພ້ອມກັນນັ້ນຄວນເອົາໃຈໃສ່ເຖິງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ແກ້ໄຂບັນຫາກ່ຽວກັບເຂດຕົວເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ