ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານພັກກອມມູນິດເຊັກໂກMoravia Voitech Filip

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານພັກກອມມູນິດເຊັກໂກMoravia Voitech Filip - ảnh 1
ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຕ້ອນ​ຮັບ
ທ່ານ​ປະ​ທານ​ພັກ​ກອມ​ມູ​ນິດ ເຊັກ​ໂກ - Moravia Vojtech Filip
​ພາບ:TTXVN

(vovworld)-​ ທີ່​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ພັກ​ກອມ​ມູ​ນິດ ເຊັກ​ໂກ - Moravia Vojtech Filip ໃນ​ຕອນ​ບ່າຍ​ວັນ​ທີ 29/10 ຢູ່ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຊົມ​ເຊີຍ ທ່ານ Vojtech Filip ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ແລະ ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ຊື່ງ​ສອງ​ພັກ​ມ​ີ​ຄວາມ​ສົນ​ໃຈ.  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ຫນາ ພັກ​ກອມ​ມູ​ນິດ ເຊັກ​ໂກ, ສະ​ພາ​ແຫ່ງ​ຊາດ ແລະ ລັດ​ຖະ​ບານ ເຊັກ​ໂກ ສືບ​ຕໍ່​ເອົາ​ໃຈ​ໃສ່, ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ ເຊັກ​ໂກ, ເສີມ​ຂະ​ຫຍາຍ​ບົດ​ບາດ​ແມ່ນ​ຂົວ​ຕໍ່​ໃນ​ການ​ຮ່ວມ​ມື​ມິດ​ຕະ​ພາບ ແລະ ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖື​ວ່າ: ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ຂອງ​ສອງ​ຝ່າຍ​ຍັງ​ໃຫຍ່​ຫລວງ​ຢູ່, ຫວຽດ​ນາມ ແລະ ສ​ເຊັກ​ໂກ ຄວນ​ເພີ່ມ​ທະ​ວີ​ການ​ສົມ​ທົບ ນຳ​ການ​ພົວ​ພັນ​ຮ່ວມ​ມື​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ, ຕອບ​ສະ​ຫນອງ​ຄວາມ​ມຸ້ງ​ມາດປາດ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ສ່ວນ​ທ່ານ​ປະ​ທ​ານ​ພັກ​ກອມ​ມູ​ນິດ ເຊັກ​ໂກ Moravia Vojtech Filip ປາດ​ຖະ​ຫນາ​ຢາກ​ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ສົມ​ທົບ, ຊຸກ​ຍູ້​ບັນ​ດາ​ກົນ​ໄກ​ຮ່ວມມ​ື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ໃຫ້​ນັບ​ມື້​ນັບ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ​ໃນ​ອະ​ນາ​ຄົດ. 


ຕອບກັບ

ຂ່າວ/ບົດ​ອື່ນ