ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງລາວ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງລາວ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຫງວຽນ​ຊວນ​ຟຸກ ໄດ້ຕ້ອນ​ຮັບ​ທ່ານ ບຸນ​ຈັນ ສີ​ທະ​ວົງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ລາວ


(vovworld)-ຕອນ​ບ່າຍ​ວັນ​ທີ 7/3, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຫງວຽນ​ຊວນ​ຟຸກ ໄດ້ຕ້ອນ​ຮັບ​ທ່ານ ບຸນ​ຈັນ ສີ​ທະ​ວົງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ລາວ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ: ຫວຽດ​ນາມ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຊ່ວຍ​ເຫລືອ​ລາວ, ເປັນ​ຕົ້ນ​ໃນ​ຂົງ​ເຂດ​ຄົມ​ມະ​ນາ​ຄົມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ: ຫວຽດ​ນາມ ຈະ​ຫນູນ​ຊ່ວຍ​ເພື່ອ​ໃຫ້​ລາວ​ນຳ​ໃຊ້​ທ່າ​ກຳ​ປັ່ນ​ທະ​ເລຂອງ​ຫວຽດ​ນາມ,  ແລະ ປາດ​ຖະ​ຫນາ​ຢາກ​ສອງ​ຝ່າຍ​ຮ່ວມ​ມື​ເພື່ອ​ຂຸດ​ຄົ້ນ​ທ່າ​ກຳ​ປັ່ນ​ທະ​ເລ​ຢູ່​ທ່າ​ກຳ​ປັ່ນ ຫວູງ​ອາງ ຢ່າງ​ມີ​ປະ​ສິດ​ທິ​ຜົນ. ກ່ຽວ​ກັບ​ໂຄງ​ການ​ເສັ້ນ​ທາງ​ຄວາມ​ໄວ​ສູງ ຮ່າ​ໂນ້ຍ -ວຽງ​ຈັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຫັນ​ດີ ​ໃຫ້ຝ່າຍ​ຫວຽດ​ນາມ ສ້າງ​ໂຄງ​ການ​ຄົ້ນ​ຄ້​ວາ​ຄວາມ​ເປັນ​ໄປ FS ໃຫ້​ສຳ​ເລັດ​ໃນ​ປີ 2017. ກ່ຽວ​ກັບ​ໂຄງ​ການ​ກໍ່​ສ້າງ​ສາຍ​ທາງ​ລົດ​ໄຟ​ເຊື່ອມ​ຕໍ່​ສອງ​ປະ​ເທດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມອບ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ອົງ​ການ​ກ່ຽວ​ຂ້ອງ​ຂອງ​ສອງ​ຝ່າຍ​ເປັນ​ເຈົ້າ​ການ​ສົມ​ທົບ​ກັນ, ຄົ້ນ​ຄ້​ວາ​ໂດຍ​ໄວ, ລາຍ​ງານ​ຕໍ່​ລັດ​ຖະ​ບານ​ສອງປະ​ເທດ​ເພື່ອ​ມີ​ຄຳ​ເຫັນ​ຊີ້​ນຳ. ກ່ຽວ​ກັບ​ຮູບ​ແບບ​ “ປະ​ຕູ​ດຽວ - ຈອດ​ເທື່ອ​ດຽວ”, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ສອງ​ປະ​ເທດ​ສະ​ຫລຸບ, ຕີ​ລາ​ຄາ​ຮູບ​ແບບນີ້​ໂດຍ​ໄວເພື່ອ​ແນ​ໃສ່​ສ້າງ​ຄວາມ​ສະ​ດວກກວ່າ​ອີກ​ໃຫ້​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ລະ​ຫວ່າງ​ສອງ​ປະ​ເທດ​ແຕ່​ຕ້ອງ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ​ເຂດ​ຊາຍ​ແດນ. 

ຕອບກັບ

ຂ່າວ/ບົດ​ອື່ນ