ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີການຕ່າງປະເທດເຢຍລະມັນ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີການຕ່າງປະເທດເຢຍລະມັນ - ảnh 1
ທ່ານ​ນາຍົກລັດຖະມົນຕີ  ຫງວຽນ​ຊວນ​ຟຸກ ​​
ຕ້ອນຮັບ​ທ່ານ Frank – Walter Steinmeier
(ພາບ: TTXVN)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 31/10, ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Frank – Walter Steinmeier ລັດຖະມົນຕີ​ການ​ຕ່າງປະ​ເທດ ສາທາລະນະ​ລັດ ສະຫະພັນ ​ເຢຍລະ​ມັນ ພວມມີ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ​: ຫວຽດນາມ ຍາມ​ໃດ​ກໍ່​ຖື ​ເຢຍລະ​ມັນ ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ແຖວ​ໜ້າ​ຢູ່ ​ເອີ​ລົບ ​ແລະ ປາດ​ຖະໜາ​ວ່າ ​ໃຫ້ນັບ​ມື້​ນັບ​ມີ​ວິ​ສາ​ຫະກິດ ​ເຢຍລະ​ມັນ ຫລາຍ​ແຫ່ງ​​ເຂົ້າ​ມາລົງທຶນ ​ແລະ ຮ່ວມ​ມື​ດ້ານ​ການ​ຄ້າ​ກັບ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ ລັດຖະບານ ຫວຽດນາມ ຊົມ​ເຊີຍ​ແຜນ​ນະ​ໂຍບາຍ​ສ້າງ​ຕັ້ງ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ 2 ຝ່າຍ ​ເພຶຶ່ອຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ. ລັດຖະບານ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​​ໃຫ້​ແກ່​ນັກ​ລົງທຶນ ​ເຢຍລະ​ມັນ ​ທີ່​ທຳ​ມາ​ຫາ​ກິນ​ຢູ່ ຫວຽດນາມ, ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດ​ວິ​ສາ​ຫະກິດ ​ເຢຍລະ​ມັນ ມີ​ທ່າ​ແຮງ​ຄື: ອຸດສາຫະກຳ​ຜະລິດ​ເຕັກ​ໂນ​ໂລ​ຢີສູງ, ພະລັງງານ​ຂຽວ ​ແລະ ຜະລິດ​ຄືນ​ໃໝ່, ພື້ນຖານ​ໂຄງ​ລ່າງ…​ສຳລັບ​ການ​ກໍ່ສ້າງ​ມະຫາ​ວິ​ທະຍາ​ໄລ ຫວຽດນາມ - ​ເຢຍລະ​ມັນ, ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ: ສິ່ງ​ດັ່ງກ່າວ​ ຈະ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ການ​ສຶກສາ, ບຳລຸງສ້າງ​ອາຊີບ, ສ້າງ​ເງື່ອນ​ໄຂ​ເປີດ​ກ້ວາງ​ການ​ສອນ​ພາສາ ​ເຢຍລະ​ມັນ ​ແລະ ພາສາ ຫວຽດນາມ ຢູ່ 2 ປະ​ເທດ.

        ສ່ວນ​ທ່ານ Frank – Walter Steinmeier ລັດຖະມົນຕີ​ການ​ຕ່າງປະ​ເທດ ສາທາລະນະ​ລັດ ສະຫະພັນ ​ເຢຍລະ​ມັນ ຢືນຢັນ​ວ່າ: ວິ​ສາ​ຫະກິດ ​ເຢຍລະ​ມັນ ​ໄດ​້​ມາ ຫວຽດນາມ ຈະ​ທຳ​ມາ​ຫາ​ກິນ​ຍາວ​ນານ​ຢູ່ ຫວຽດນາມ; ປາດ​ຖະໜາ​ຢາກ​ຮ່ວມ​ມື, ​ພົບ​ປະແລກປ່ຽນກັບ ຫວຽດນາມ ​ໃນ​ຂົງ​ເຂດ​ວັດທະນະທຳ. ທ່ານ ທ່ານ Frank – Walter Steinmeier ຢືນຢັນ​ວ່າ ລັດຖະບານ ​ເຢຍລະ​ມັນ ສືບ​ຕໍ່​ຮັກສາ​ລະດັບ​ໜູນ​ຊ່ວຍ​ທຶນ ODA ​ໃຫ້ ຫວຽດນາມ, ພິ​ເສດ​ແມ່ນ​ຂົງ​ເຂດບຳລຸງ​ສ້າງ​ອາຊີບ ​ແລະ ສິ່ງ​​ແວດ​ລ້ອມ; ພ້ອມ​ທັງ ​ໃຫ້​ຮູ້​ວ່າ ບັນດາ​ວິ​ສາ​ຫະກິດ ​ເຢຍລະ​ມັນ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ໂຄງການ​ທາງ​ລົດ​ໄຟ​ໃຕ້​ດິນ​​ເລກທີ​ 2 ຢູ່​ນະຄອນ ​ໂຮ່ຈີ​ມິນ ​ແລະ ພ້ອມ​ແລ​້ວ​ທີ່​ຈະເຂົ້າ​ຮ່ວມ​ການ​ລົງທຶນ.

ຂ່າວ/ບົດ​ອື່ນ