ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບອັກຄະລັດຖະທູດຍີ່ຢຸ່ນປະຈຳຫວຽດນາມ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບອັກຄະລັດຖະທູດຍີ່ຢຸ່ນປະຈຳຫວຽດນາມ - ảnh 1
ທ່ານ​ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ບົກ​ບາດ​ຂອງ​ທ່ານ
 Nagai Katsuro ​ໃນ​ການ​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ຍີ່ປຸ່ນ

(vovworld) – ​ ທີ່​ການ​ຕ້ອນຮັບທ່ານ Nagai Katsuro ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ​ໃນ​ຕອນ​​ເຊົ້າ​ວັນ​ທີ 05/11, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ບົກ​ບາດ​ຂອງ​ທ່ານ Nagai Katsuro ​ໃນ​ການ​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ຍີ່ປຸ່ນ, ຫວັງ​ວ່າ ​ໃນ​ຖານະ​ຕຳ​ແໜ່​ງຂອງ​ຕົນ ທ່ານສືບ​ຕໍ່​ປະກອບສ່ວນ​​ໃຫ້ການ​ພົວພັນ 2 ປະ​ເທດ. ໃນ​ສະ​ເພາະ​ໜ້າ ສະຖານທູດ ຍີ່ປຸ່ນ ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ ຫວຽດນາມ ກະກຽ​ມຢ່າງ​ລອບ​ຄອບ​ຖີ່​ຖ້ວນ ​ເພື່ອ​ໃຫ້​ແກ່ການສະ​ເດັດ​ມາ​ຢ້ຽມຢາມ ຫວຽດນາມ ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ເຈົ້າ​ຈັກກະ​ພັດ​ຍີ່ປຸ່ນ ​ແລະ ພະມະ​ເຫ​ສີ ຍີ່​ປຸ່ນ ສຳ​ເລັດ​ຢ່າງ​ຈົບງາມ, ຜ່ານ​ນັ້ນ ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ 2 ປະ​ເທດ. ​ເນື່ອງ​ໃນ​ໂອກາດ​ນີ້ ທ່ານ​ນາຍົກລັດຖະມົນຕີ ກໍ່​ສະ​ເໜີ ຍີ່ປຸ່ນ ສ້າງ​ເງື່ອນ​ໄຂ, ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ ຍີ່​ປຸ່ນ ຍູ້​ແຮງ​ການ​ລົງທຶນ​ເຂົ້າ ຫວຽດນາມ, ນຳ ຍີ່ປຸ່ນ ກາຍ​ເປັນ​ນັກ​ລົງທຶນ​ໃຫຍ່​ແຖ​ວໜ້າ​ຢູ່ ຫວຽດນາມ. ​ໃນ​ບັນຫາ​ການ​ສຶກສາ, ທ່ານ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ 2 ຝ່າຍ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ມະຫາວິທະຍາ​ໄລ ຫວຽດນາມ - ຍີ່ປຸ່ນ ​ເຄື່ອນ​​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ຂອງ ຫວຽດນາມ ​ແລະ ກາຍ​ເປັນ​ສູນ​ບຳລຸງ​ສ້າງ​ແຖວ​ໜ້າ​ໃນ​ພາກ​ພື້ນ.

        ສ່ວນ​ທ່ານ​ອັກຄະ​ລັດຖະທູດ Nagai Katsuro ຢືນຢັນ​ວ່າ: ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ ເສດຖະກິດ, ​ໂດຍ​ຜ່ານ​ບັນດາ​ໂຄງການ​ຮ່ວມ​ມື​ລະອຽດ. ທ່ານ Nagai Katsuro ຖື​ວ່າ: ການ​ຢ້ຽມຢາມ ຫວຽດ​ນາມ ຂອງ​ເຈົ້າ​ຈັກກະ​ພັດ ​ແລະ ພະມະ​ເຫ​ສີ ຍີ່​ປຸ່ນ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ນຳ​ຄວາມ​ໝາຍ​ປະຫວັດ​ສາດ. ນີ້​ແມ່ນ​ຄັ້ງ​ທຳ​ອິດທີ່​ເຈົ້າ​ຈັກກະພັດ ​ແລະ ພະມະ​ເຫ​ສີ ຍີ່​ປຸ່ນ ສະ​ເດັດ​ມາຢ້ຽມຢາມ ຫວຽດນາມ.

 

ຂ່າວ/ບົດ​ອື່ນ