ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງນາຍົກລັດຖະມົນຕີລາວສອນໄຊສີພັນດອນ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງນາຍົກລັດຖະມົນຕີລາວສອນໄຊສີພັນດອນ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ
ຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ

(vovworld) – ​ ​ ຕອນ​ບ່າຍ​ວັນ​ທີ 17/11, ທີ່​ການ​ຕ້ອນຮັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ ລາວ ສອນ​ໄຊ ສີ​ພັນ​ດອນ ​ເນື່ອງ​ໃນ​ໂອ​ກາດ​ມາ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານ​ການ​ຄ້າຂາຍ​ສັດປ່າ,ພືດ​ທຳ​ມະ​ຊາດ​ຢ່າງ​ຜິດ​ກົດໝາຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ເນັ້ນ​ໜັກ​ວ່າ ການ​ຢ້ຽມຢາມ ລາວ ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຈະ​ມາ​ເຖິງ ​ແມ່ນການ​ຢ້ຽມຢາມ​ຕ່າງປະ​ເທດ​ທຳ​ອິດ ພາຍຫລັງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ. ນີ້​ແມ່ນ​ເຫດການ​ພິ​ເສດ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ 2 ຝ່າຍ​ກວດກາ​ຄື​ນບັນດາ​ວຽກ​ງານ, ກະກຽມ​​ເປັນ​ຢ່າງດີ ​ເພື່ອ​ໃຫ້ການ​ຢ້ຽມຢາມ​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ 2 ຝ່າຍ​ສືບ​ຕໍ່​ຊຸກ​ຍູ​້ບັນດາ​ໂຄງການ​ຮ່ວມ​ມື 2 ປະ​ເທດ, ຍູ້​ໄວ​ການຜັນ​ຂະຫຍາຍ​ບັນດາ​ໂຄງການ ຫວຽດນາມ ຢູ່ ລາວ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້ທັງ 2 ຝ່າຍ. ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ບົດຮຽນ ​ແລະ ການຮ່ວມ​ມືກັບ ລາວ ​ໃນ​ບັນດາ​ຂົງ​ເຂດຄື: ກະສິກຳ, ປ່າ​​ໄມ້. 2 ຝ່າຍ​ຄວນສືບ​ຕໍ່ສຶກສາ​ລຸ້ນໜຸ່ມ 2 ປະ​ເທດ ​ເພື່ອ​ຮັກ​ສາ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​​ໄຫວ​ສະ​ເຫຼີ​ມສະຫຼອງ​ວັນ​ບຸນ​ໃຫຍ່​ຕ່າງໆ​ຂອງ 2 ປະ​ເທດ​ໃນ​ປີ 2017.

        ສ່ວນ​ທ່ານ​ຮອງ​ນາຍົກລັດຖະມົນຕີ ລາວ ສອນ​ໄຊ ສີ​ພັນ​ດອນ ​ເຊື່ອ​ໝັ້ນ​ວ່າ 2 ປະ​ເທດ​ຈະ​ຮ່ວມ​ມື​​ເປັນ​ຢ່າງ​ດີ ​ໃນ​ການ​ຮັກ​ສາ​ສັດປ່າ​. ​ເພີ່ມ​ທະວີ​ການ​ສຶກສາສະຕິ​ຂອງ​ປະຊາຊົນ​ໃນ​ການ​ປະຕິບັດ​ກົດໝາຍ​ກ່ຽວ​ກັບ​ການ​ຮັກສາ​ສັດປ່າ, ພືດ​ທຳ​ມະ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນຕີສະ​ເໜີ​ວ່າ 2 ຝ່າຍ​ປຶກສາ​ຫາລື​ການ​ຮ່ວມ​ມື​ສົ່ງ​ເສີມ​ການ​ລົງທຶນ ກໍ່ສ້າງ​ເສັ້ນທາງຄວາມໄວສູງ ຮ່າ​ໂນ​ຍ - ວຽງ​ຈັນ, ​ໂຄງການ​ທໍ່​ສົ່ງ​ນ້ຳມັນ​ທ່າ​ກ່ຳ​ປ່ັນ ຮ່ອນ​ລາ - ຄຳ​ມ່ວນ, ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ 2 ​ປະ​ເທດ; ຊຸກຍູ້​ບັນດາ​ໂຄງການ​ລົງທຶນ​ຂອງ ຫວຽດນາມ ປະຈຳ ລາວ.

 

 

ຂ່າວ/ບົດ​ອື່ນ