ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ

(vovworld) - ຕອນ​ບ່າຍ​ວັນ​ທີ 11/11 ຢູ່ ສຳນັກງານ​ລັດຖະບານ, ກ່າ​ວຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ທ່ານ Kunio Umeda ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ຄົນ​ໃໝ່, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ຖື​ເປັນ​ຄຳ​ຄັນ​ການ​ພັດທະນາ​ສາຍ​ພົວພັນ​ກັບ ຍີ່ປຸ່ນ ດ້ວຍ​ຖານະ​​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ແຖວ​ໜ້າ, ຍາວ​ນານ ​ແລະ ສະໜັບສະໜູນ ຍີ່ປຸ່ນ ມີ​ບົດບາດ, ທີ່​ຕັ້ງ​ບົນ​ເວທີ​ສາກົນ, ປະກອບສ່ວນ​ເຂົ້າ​​ໃນ​ການ​ສ້າງສັນ​ຕິ​ພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານ​ນາຍົກລັດຖະມົນຕີສະ​ເໜີ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ​ໂດ​ຍຜ່ານ​ການ​ຮັກ​ສາ​ບັນດາ​ການ​ຢ້ຽມຢາມ, ພິ​ເສດ​ແມ່ນການພົບ​ປະ​ຂັ້ນ​ສູງ. ທ່ານ​ນາຍົກລັດຖະມົນຕີ​ປາດ​ຖະໜາ​ວ່າ ຝ່າຍ ຍີ່ປຸ່ນ ສືບ​ຕໍ່​ເອົາ​ໃຈ​ໃສ່, ​ໃຫ້​ບຸລິມະສິດ​ການ​ລົງທຶນ​ບັນດາ​ໂຄງການ​ສະໜອງ​ພະລັງງານ​ຄື: ​ໄຟຟ້າ​ພະລັງ​ຄວາມ​ຮ້ອນ, ​ໄຟຟ້າ​ພະລັງ​​ແຮງລົມ, ​ເຕັກ​ໂນ​ໂລ​ຢີສູງທີ່​ບໍ່​ສົ່ງ​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ​ແມ່ນ​ບັນດາ​ຂົງ​ເຂດ ​ເຊິ່ງ ຫວຽດນາມ​ ພວມ​ຕ້ອງການ​ພັດທະນາ. ທ່ານ​ນາຍົກລັດຖະມົນຕີກໍ່ສະ​ເໜີ​ທ່ານ​ເອກ​ອັກຄະ​ລັດຖະທູດ ຕັ້ງໜ້າ​ຂົນຂວາຍ​ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ ຍີ່ປຸ່ນ ສືບ​ຕໍ່​ສະຫງວນ ODA ​ໃຫ້ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ; ສົ່ງ​ເສີມ​ການ​ເຄື່ອນ​ໄຫວ​ລົງທຶນ​ຂອງ​ບັນດາ​ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ ຍີ່ປຸ່ນ ລົງທຶນ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຂົງ​ເຂດ​ກະສິກຳ​ເຕັກ​ໂນ​ໂລ​ຢີສູງ​ໃຫ້​ຫລາຍ​ກ່ວາ​ອີກ.

        ສ່ວນ​ທ່ານ​ Kunio Umeda ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ຢືນຢັນ​ວ່າ: ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະກອບສ່ວນ​ເຂົ້າ​​ໃນ​ການ​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງ 2 ປະ​ເທດ ​ໃນ​ທຸກ​ຂົງ​ເຂດ ພິ​ເສດ​ແມ່ນ​ເສດຖະກິດ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນຄວາມ​ສະຫງົບ​ ແລະ ພົບ​ປະ​ແລກປ່ຽນ​ປະຊາຊົນ​ຢ່າງ​ເລິກ​​ເຊິ່ງກ້ວາງ​ຂວາງ.

 

ຂ່າວ/ບົດ​ອື່ນ