ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຕ້ອນຮັບເອກອັກຄະລັດຖະທູດໄທ

(VOVWORLD) -ຫວຽດນາມ ແລະ ໄທ ແມ່ນຄູ່ຮ່ວມມືຍຸດທະສາດ, ສະນັ້ນ 2 ປະເທດຄວນເພີ່ມທະວີການຮ່ວມມື, ໂດຍສະເພາະແມ່ນດ້ານການຄ້າ ແລະ ການລົງທຶນ, ໃນນັ້ນບົດບາດຂອງເອກອັກຄະລັດຖະທູດແມ່ນມີຄວາມໝາຍສຳຄັນທີ່ສຸດ.

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຕ້ອນຮັບເອກອັກຄະລັດຖະທູດໄທ - ảnh 1ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຕ້ອນຮັບເອກອັກຄະລັດຖະທູດໄທ ທານີ ແສງຣັດ

(ພາບ: TTXVN)

ຕອນບ່າຍວັນທີ 13 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດໄທ ປະຈຳຫວຽດນາມ ທານີ ແສງຣັດ ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, ຫວຽດນາມ ແລະ ໄທ ແມ່ນຄູ່ຮ່ວມມືຍຸດທະສາດ, ສະນັ້ນ 2 ປະເທດຄວນເພີ່ມທະວີການຮ່ວມມື, ໂດຍສະເພາະແມ່ນດ້ານການຄ້າ ແລະ ການລົງທຶນ, ໃນນັ້ນບົດບາດຂອງເອກອັກຄະລັດຖະທູດແມ່ນມີຄວາມໝາຍສຳຄັນທີ່ສຸດ. ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກຍູ້ແຮງການສົ່ງອອກໄປຍັງ ໄທ, ກ້າວໄປເຖິງຄວາມດຸ່ນດ່ຽງດ້ານການຄ້າ. ຫວຽດນາມ ສົ່ງເສີມ ແລະ ສ້າງທຸກເງື່ອນໄຂດີທີ່ສຸດໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນໄທ ທຳມາຫາກິນປະສົບຜົນສຳເລັດຢູ່ຫວຽດນາມ; ສະເໜີໃຫ້ໄທ ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດຫວຽດນາມ ໄປຊອກຫາກາລະໂອກາດ, ຊຸກຍູ້ການລົງທຶນຢູ່ໄທ.

          ສ່ວນທ່ານເອກອັກຄະລັດຖະທູດ ທານີ ແສງຣັດ ໄດ້ກຳນົດໜ້າທີ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດແມ່ນມີຄວາມສຳຄັນຍິ່ງສຳລັບທ່ານ, ນອກຈາກດ້ານການຄ້າ, ການລົງທຶນແລ້ວ ແມ່ນການຊຸກຍູ້ການພົວພັນແລກປ່ຽນປະຊາຊົນ. ທ່ານເອກອັກຄະລັດຖະທູດກໍ່ປາດຖະໜາວ່າ, 2 ປະເທດຈະສືບຕໍ່ຮ່ວມມືກັນດ້ານຄວາມໝັ້ນຄົງ, ເພີ່ມທະວີການຮ່ວມມືທາງບົກ, ທາງທະເລຢ່າງແໜ້ນແຟ້ນ…

ຕອບກັບ

ຂ່າວ/ບົດ​ອື່ນ