ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບປະທານສະພາຕ່ຳຍີ່ປຸ່ນ

(VOVWORLD) -ຕອນບ່າຍວັນທີ 5 ມິຖຸນາ ຢູ່ ນະຄອນຫລວງ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບປະທານສະພາຕ່ຳ ຍີ່ປຸ່ນ Oshima Tadamori. 
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບປະທານສະພາຕ່ຳຍີ່ປຸ່ນ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບປະທານສະພາຕ່ຳຍີ່ປຸ່ນ Oshima Tadamori  

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການຮ່ວມມືກັບຍີ່ປຸ່ນ ຢ່າງຈິງໃຈ, ມີຄວາມໄວ້ເນື້ອເຊື່ອໃຈສູງ, ຮອບດ້ານ, ແທດຈິງ  ແລະ ຖືວ່ານີ້ແມ່ນບຸລິມະສິດຕົ້ນຕໍໃນນະໂຍບາຍການຕ່າງປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ສະພາຕ່ຳ ຍີ່ປຸ່ນ ເອົາໃຈໃສ່ຊຸກຍູ້ການພົບປະແລກປ່ຽນບົດຮຽນລະຫວ່າງ ສະພາແຫ່ງຊາດສອງປະເທດ, ສະຫນັບສະຫນູນລັດຖະບານ ຍີ່ປຸ່ນ ຫນູນຊ່ວຍທຶນ ODA ໃຫ້ແກ່ຫວຽດນາມ, ສະຫນັບສະຫນູນຫລັກໝັ້ນຂອງ ອາຊຽນ ແລະ ຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ. ປະທານສະພາຕ່ຳ ຍີ່ປຸ່ນ Oshima Tadamori ຢືນຢັນ: ຖືການພົວພັນກັບຫວຽດນາມ ເປັນສຳຄັນ ແລະ ປາດຖະຫນາຢາກຊຸກຍູ້ການພົວພັນລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໃຫ້ພັດທະນາຮອບດ້ານ, ຢ່າງແຮງໃນທຸກຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ