ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບປະທານສະພາຕ່ຳແຫ່ງຊາດລັດເຊຍ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບປະທານສະພາຕ່ຳແຫ່ງຊາດລັດເຊຍ - ảnh 1
​ການ​ພົບ​ປະ​ກັບ​ປະ​ທານ​ສະ​ພາ​ຕ່ຳ ລັດ​ເຊຍ

(vovworld)-​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ລັດ​ເຊຍ​ຢ່າງ​ເປັນ​ທາງ​ການ, ວັນ​ທີ 17/5 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ມີ​ການ​ພົບ​ປະ​ກັບ​ປະ​ທານ​ສະ​ພາ​ຕ່ຳ ລັດ​ເຊຍ, Sergey Naryshkin. ນະ​ທີ່ນີ້ ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມເພິ່ງ​ພໍ​ໃຈ​ຕໍ່​ການ​ພັດ​ທະ​ນາ​ອັນ​ດີ​ງາມ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ ລັດ​ເຊຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ  ທ່ານ​ປະ​ທານ​ສະ​ພາ​ຕ່ຳ​ລັດ​ເຊຍ Sergey Naryshkin ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ຕັ້ງ​ຫນ້າ ແລະ ປະ​ສານ​ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ ໃນ​ໄລ​ຍະ​ຜ່ານ​ມາ, ພິ​ເສດ​ໃນ​ປີນີ້ ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ຈະ​ສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ຮ່ວມ​ມື. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ ອົງ​ການ​ນິ​ຕິ​ບັນ​ຍັດ​ສອງ​ປະ​ເທດ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ບົນ​ເວ​ທີ​ສາ​ກົນ, ສົມ​ທົບ​ກັນ​ໃນ​ການ​ປົກ​ປັກ​ຮັກ​ສາ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ມີ​ລັກ​ສະ​ນະ​ຄວາມ​ເປັນ​ໄປ​ສູງ.

 

ຕອບກັບ

ຂ່າວ/ບົດ​ອື່ນ