ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບເຈົ້າຊີວິດແບນຊິກ

(VOVWORLD) -ວັນທີ 18 ຕຸລາ, ທີ່ການພົບປະກັບເຈົ້າຊີວິດ ແບນຊິກ Phillippe,  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນຫນັກວ່າ ຫວຽດນາມ ຖືເປັນສຳຄັນການພົວພັນກັບ ແບນຊິກ, , ຊື່ງແມ່ນປະເທດສະມາຊິກ ລິເລີ່ມ ແລະ ມີບົດບາດສຳຄັນຂອງ ສະຫະພາບ ເອີລົບ (EU) ພ້ອມທັງຢືນຢັນ ຫວຽດນາມຍາມໃດກໍ່ຊົມເຊີຍ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ແບນຊິກ ໃນການລົງທຶນດຳເນີນທຸລະກິດ ຢູ່ ຫວຽດນາມ. 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບເຈົ້າຊີວິດແບນຊິກ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບເຈົ້າຊີວິດແບນຊິກ

ພາບ:chinhphu.vn

ທ່ານນາຍົກລັດຖະມົນຕີ ກໍ່ສະແດງຄວາມປາດຖະຫນາຢາກ ເຈົ້າຊີວິດ ແບນຊິກ ແລະ ລາຊີນີ ມາຢ້ຽມຢາມຫວຽດນາມ ໃນເວລາເໝາະສົມ.

ເຈົ້າຊີວິດ ແບນຊິກ Phillippe ຢືນຢັນວ່າ: ຍາມໃດກໍ່ຖືການພົວພັນກັບຫວຽດນາມ ເປັນສຳຄັນ, ມີຄວາມສົນໃຈເຖິງຄວາມມານະພະຍາຍາມຂອງຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພ້ອມແລ້ວທີ່ຈະຫນູນຊ່ວຍເຕັກໂນໂລຊີ ແລະ ບົດຮຽນ ເພື່ອແນໃສ່ຫລຸດຜ່ອນການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.

ເຈົ້າຊີວິດ Phillippe ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຫັນດີ ໃນໄລຍະຈະມາເຖິງ ສອງຝ່າຍຄວນສືບຕໍ່ ແລະ ຍູ້ແຮງການຮ່ວມມືຢ່າງມີປະສິດທິຜົນໃນບັນດາຂົງເຂດຊື່ງ ແບນຊິກ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການຄື: ກະສິກຳເຕັກໂນໂລຊີສູງ, ເຕັກໂນໂລຊີຂຽວ, ພະລັງງານຜະລິດຄືນໃຫມ່, ສາທາລະນະສຸກ, ການສຶກສາບຳລຸງສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ