ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະສອງຝ່າຍຢູ່Hamburg

(VOVWORLD) -ຕອນບ່າຍວັນທີ 7 ກໍລະກົດ, ຢູ່ນອກກອງປະຊຸມສຸດຍອດ  G20 ຢູ່  Hamburg ປະເທດ ເຢຍລະມັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະຢ່າງເປັນທາງການກັບ ທ່ານ Moon Jae in ປະທານາທິບໍດີ ສ.ເກົາຫລີ ແລະ ທ່ານ Malcolm Turnbull ນາຍົກລັດຖະມົນຕີ ອົດສະຕາລີ .
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະສອງຝ່າຍຢູ່Hamburg - ảnh 1ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຈລະຈາກັບທ່ານນາງAngela Merkel      ນາຍົກລັດຖະມົນຕີ ເຢຍລະມັນ 

ທີ່ການພົບປະກັບທ່ານ Moon Jae in ປະທານາທິບໍດີ ສ.ເກົາຫລີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ສເກົາຫລີ ເພີ່ມທະວີການນຳເຂົ້າບັນດາຜະລິດຕະພັນຂອງຫວຽດນາມ ທີ່ມີທ່າແຮງຄື: ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ, ສິນທະເລ, ສົມທົບຢ່າງແຫນ້ນແຟ້ນກັບຫວຽດນາມ ຜັນຂະຫຍາຍປະສິດທິຜົນສັນຍາການຄ້າເສລີ ຫວຽດນາມ - ສເກົາຫລີ. ທີ່ການພົບປະລະຫວ່າງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ທ່ານ Malcolm Turnbull ນາຍົກລັດຖະມົນຕີ ອົດສະຕາລີ, ທ່ານ ນາຍົກລັດຖະມົນຕີ ອົດສະຕາລີ ຢືນຢັນ: ອົດສະຕາລີ ປາດຖະຫນາຢາກຍົກການພົວພັນກັບຫວຽດນາມຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ. ເມື່ອເວົ້າເຖິງບັນຫາທະເລຕາເວັນອອກ, ບັນດາການນຳ ອົດສະຕາລີ ແລະ ສເກົາຫລີ ລ້ວນແຕ່ແບ່ງບັນທັດສະນະກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ ທະເລຕາເວັນອອກ, ແກ້ໄຂບັນດາຄວາມຂັດແຍ້ງໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ພົບປະ ແລະ ແລກປ່ຽນຄຳເຫັນກັບປະທານາທິບໍດີ ຕວກກີ, ປະທານາທິບໍດີ ເຊເນການ, ນາຍົກລັດຖະມົນຕີ ສິງກະໂປ, ນາຍົກລັດຖະມົນຕີ ການາດາ. 

ຕອບກັບ

ຂ່າວ/ບົດ​ອື່ນ