ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກມອບຂອງຂວັນວັນບຸນເຕັດໃຫ້ພໍ່ແມ່ປະຊາຊົນຊົນເຜົ່າເມືອງ ກືຢຸດ, ແຂວງດັ໊ກນົງ

(VOVWORLD) -ກ່ອນທີ່ສິ້ນສຸດການໄປປະຕິບັດງານຢູ່ໄຕງວຽນ, ຕອນເຊົ້າວັນທີ 15 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ມອບຂອງຂວັນ ແລະ ອວຍພອນວັນບຸນເຕັດ ພໍ່ແມ່ປະຊາຊົນເມືອງ ກືຢຸດ, ແຂວງ ດັ໊ກນົງ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກມອບຂອງຂວັນວັນບຸນເຕັດໃຫ້ພໍ່ແມ່ປະຊາຊົນຊົນເຜົ່າເມືອງ ກືຢຸດ, ແຂວງດັ໊ກນົງ - ảnh 1ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກມອບຂອງຂວັນວັນບຸນເຕັດໃຫ້ພໍ່ແມ່ປະຊາຊົນຊົນເຜົ່າເມືອງ ກືຢຸດ

(ພາບ: VGP)

ກ່າວຄຳເຫັນທີ່ການພົບປະກັບພໍ່ແມ່ປະຊາຊົນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ, ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງບັນດາຄອບຄົວທຸກຍາກ, ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ບັນດາຄອບຄົວເປົ້າໝາຍນະໂຍບາຍ, ໂດຍສະເພາະແມ່ນໃນໂອກາດບຸນປີໃໝ່ປະຈຳຊາດ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ອວຍພອນໃຫ້ພໍ່ແມ່ປະຊາຊົນ ຈົ່ງຕ້ອນຮັບວັນບຸນເຕັດຢ່າງມ່ວນຊື່ນ, ອົບອຸ່ນ ແລະ ປະຢັດ. ນອກນັ້ນ, ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ອຳນາດການປົກຄອງແຂວງ ດັ໊ກນົງ ແລະ ເມືອງ ກືຢຸດ ຈັດຕັ້ງໃຫ້ພໍ່ແມ່ປະຊາຊົນຕ້ອນຮັບວັນບຸນເຕັດຢ່າງປອດໄພ, ເບີກບ່ານມ່ວນຊື່ນ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ມອບຂອງຂວັນ 10 ພູດໃຫ້ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ, ຄອບຄົວເປົ້າໝາຍນະໂຍບາຍຂອງເມືອງ ກືຢຸດ ແລະ ມອບຂອງຂວັນ 90 ພູດໃຫ້ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກໃນເມືອງ ກືຢຸດ ໂດຍຜ່ານການນຳເມືອງ, ແຂວງ ມອບ ເຕີມທັ໊ງ ໂທລະພາບ 1 ໜ່ວຍໃຫ້ຕາແສງ ເພື່ອໃຫ້ພໍ່ແມ່ປະຊາຊົນສາມາດຮັບຮູ້ໄດ້ບັນດາຂໍ້ມູນທີ່ມີປະໂຫຍດ, ມີຄວາມເຂົ້າໃຈກ່ຽວກັບການປ່ຽນແປງຂອງປະເທດຊາດກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ