ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢາກໃຫ້ນະຄອນຫາຍຟ່ອງຕັດສິນໃຈປະຕິບັດເປົ້າໝາຍຄວບຄູ່

(VOVWORLD) -ລັດຖະບານຍອມເສຍຜົນປະໂຫຍດດ້ານເສດຖະກິດໃນໄລຍະສັ້ນເພື່ອຮັກສາສຸຂະພາບໃຫ້ປະຊາຊົນ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢາກໃຫ້ນະຄອນຫາຍຟ່ອງຕັດສິນໃຈປະຕິບັດເປົ້າໝາຍຄວບຄູ່ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເຮັດວຽກກັບການນຳຫລັກແຫລ່ງຂອງນະຄອນ    ຫາຍຟ່ອງ

ພາບ:chinhphu.vn

ຕອນບ່າຍວັນທີ 3 ພຶດສະພາ ຢູ່ ນະຄອນ ຫາຍຟ່ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບການນຳຫລັກແຫລ່ງນະຄອນ ພ້ອມທັງພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ຫາຍຟ່ອງ ກ່ອນດຳເນີນກອງປະຊຸມສະໄຫມສາມັນ ເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ເພື່ອແນໃສ່ຊຸກຍູ້ນະຄອນ ປະຕິບັດເປົ້າໝາຍຄວບຄູ່, ຕ້ານໂລກລະບາດ ແລະ ປະຕິບັດບັນດາເປົ້າໝາຍເສດຖະກິດ ສັງຄົມທີ່ໄດ້ວາງອອກຂອງທັງປີ.

ປິຕິຊົມຊື່ນຕໍ່ໝາກຜົນການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ ຢູ່ຫວຽດນາມ ໃນໄລຍະຜ່ານມາ, ແຕ່ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: ນີ້ພຽງແຕ່ແມ່ນຫນຶ່ງໃນສອງຫນ້າທີ່ສຳຄັນ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ: ລັດຖະບານຍອມເສຍຜົນປະໂຫຍດດ້ານເສດຖະກິດໃນໄລຍະສັ້ນເພື່ອຮັກສາສຸຂະພາບໃຫ້ປະຊາຊົນ, ແຕ່ໃນໄລຍະຍາວ ຕ້ອງສືບຕໍ່ຊຸກຍູ້ການພັດທະນາເສດຖະກິດສັງຄົມ. ນີ້ແມ່ນຫນ້າທີ່ ຊື່ງ ຫາຍຟ່ອງ ແລະ ບັນດາທ້ອງຖິ່ນ, ກະຊວງ, ຂະແຫນງການຕ້ອງຍູ້ແຮງ ແລະ ຕັດສິນໃຈປະຕິບັດ, ເປັນຕົ້ນສຳລັບເຂດໃຈກາງເສດຖະກິດຄືດັ່ງນະຄອນ ຫາຍຟ່ອງ.

ຕອບກັບ

ຂ່າວ/ບົດ​ອື່ນ