ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມກິດຈະກຳອຸໂມງແດ່ວກ໋າ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມກິດຈະກຳອຸໂມງແດ່ວກ໋າ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ  ​ຢ້ຽມ​ຢາມ​ບັນ​ດາ​ນັກ​ວິ​ສາ​ວະ​ກອນ ແລະ ກຳ​ມະ​ກອນ​ພວມກໍ່​ສ້າງ​ອຸ​ໂມງ​ແດ່ວ​ກ໋າ
ພາບ:TTXVN

(vovworld)- ຕອນ​ຄ່ຳ​ວັນ​ທີ 27/8, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ລົງ​ຢ້ຽມ​ຢາມ​ບັນ​ດາ​ນັກ​ວິ​ສາ​ວະ​ກອນ ແລະ ກຳ​ມະ​ກອນ​ພວມກໍ່​ສ້າງ​ອຸ​ໂມງ​ແດ່ວ​ກ໋າ ຢູ່ ທາງ​ຫລວງ 1 ເຊື່ອມ​ຕໍ່​ແຂວງ ແຄງ​ຮ່​ວາ ແລະ ຟູ​ອຽນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ ຍ້ອງ​ຍ​ໍ​ບັນ​ດາ​ພະ​ນັກ​ງານ, ວິ​ສາ​ວະ​ກອນ, ຜູ້​ຊ່ຽວ​ຊານ ແລະ ກຳ​ມະ​ກອນ​ພວມກໍ່​ສ້າງ​ອຸ​ໂມງ​ແດ່ວ​ກ໋າ ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ຮັບ​ປະ​ກັນ​ຄວາມ​ຄືບ​ຫນ້າ​ຂອງ​ກິດ​ຈະ​ກຳ ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ, ໂດຍ​ສະ​ເພາ​ະ​ແມ່ນ​ແຂວງ ຟູ​ອຽນ ແລະ ແຄງ​ຮ່​ວາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ຫນັກ​ວ່າ ການກໍ່​ສ້າງ​ອຸ​ຸ​ໂມງ​ນີ້​ແມ່ນ​ຫຍຸ້ງ​ຍາກ​ທີ່​ສຸດ, ຮຽກ​ຮ້ອງ​ຕ້ອງ​ມີ​ເຕັກ​ໂນ​ໂລ​ຊີ​ສູງ, ແຕ່​ບັນ​ດາ​ພະ​ນັກ​ງານ, ວິ​ສາ​ວະ​ກອນ ແລະ ກຳ​ມະ​ກອນ​ຫວຽດ​ນາມ ໄດ້​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ນຳ​ໃຊ​້​ເຕັກ​ໂນ​ໂລ​ຊີ​ເພື່​ອ​ປະ​ຕິ​ບັດ​ໂຄງ​ການນີ້​ໃຫ້​ປອດ​ໄພ ແລະ ກໍ່​ສ້າງ​ສຳ​ເລັດ​ກ່ອນ​ເວ​ລາ​ກຳ​ນົດ​ໄດ້ 3 ເດືອນ. ອຸ​ໂມງ​ດັ່ງ​ກ່າວ​ມີ​ຄວາມ​ຍາວກວ່າ 4 ກິ​ໂລ​ແມັດ ແລະ ຄາດ​ວ່າ​ຈະ​ໄດ້​ຮັບ​ການກໍ່​ສ້າງ​ສຳ​ເລັດ​ໃນ​ປີ 2017.

 

 

ຕອບກັບ

ຂ່າວ/ບົດ​ອື່ນ