ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມຣູມານີແລະສ.ເຊັກໂກຢ່າງເປັນທາງການ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ຈະໄປຢ້ຽມຢາມ ຣູມານີ ຢ່າງເປັນທາງການໃນລະຫວ່າງວັນທີ 14 – 16 ເມສາ ແລະ ຢ້ຽມຢາມສ.ເຊັກໂກ ໃນລະຫວ່າງວັນທີ 16 – 18 ເມສາ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມຣູມານີແລະສ.ເຊັກໂກຢ່າງເປັນທາງການ - ảnh 1 (ພາບປະກອບ: TTXVN)

ການຢ້ຽມຢາມໂດຍປະຕິບັດຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີຣູມານີ Viorica Dacila ແລະ ທ່ານນາຍົກລັດຖະມົນຕີສ.ເຊັກໂກ Andrej Babis.

        ການຢ້ຽມຢາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ຣູມານີ ແລະ ສ.ເຊັກໂກ ແມ່ນເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ກັບ ຣູມານີ ແລະ ສ.ເຊັກໂກ, ໂດຍສະເພາະແມ່ນໃນບັນດາຂົງເຂດການເມືອງ - ການທູດ, ການຄ້າ - ການລົງທຶນ, ການສຶກສາ - ບຳລຸງສ້າງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຊີ…

ຕອບກັບ

ຂ່າວ/ບົດ​ອື່ນ