ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມຮູບແບບຊົນນະບົດໃໝ່ຢູ່ແຂວງນາມດິງ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມຮູບແບບຊົນນະບົດໃໝ່ຢູ່ແຂວງນາມດິງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ
ເຮັດວຽກກັບການນຳແຂວງ ນາມດິ້ງ

(vovworld) - ​ໃນ​ຂອບ​ເຂດ​ການ​ປະຕິບັດ​ງານ​ຢູ່​ແຂວງ ນາມ​ດິ້ງ, ຕອນ​ເຊົ້າ​ວັນ​ທີ 08/06 ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ລົງຢ້ຽມຢາມ​ຮູບ​​ແບບ​ຊົນນະບົດ​ໃໝ່​ຢູ່​ຕາ​ແສງ ຫາຍ​ຮ່າ, ​ເມືອງ​ຫາຍ​ເຮົ້າ. ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ຊີ້​ແຈ້ງວ່າ: ປະຊາຊົນ ຫາຍ​ຮ່າ ​ແລະ ​ເມືອງ​ຫາຍ​ເຮົ້າ ສືບຕໍ່​ເສີມ​ຂະຫຍາຍ​ໝາກຜົນ​ທີ່​ບັນລຸ​​ໄດ້, ຍົກ​ສູງ​ສະມັດ​ຕະພາບ​ແຮງງານ​ຢ່າງ​ບໍ່​ຢຸດ​ຢັ້ງ, ຍູ້​ແຮງ​ສ້າງ​ໂຄງ​ປະ​ກອບກະສິກຳ​ຄືນ​ໃໝ່, ​ເປີດ​ກ້ວາງ​ການ​ຮ່ວມ​ສຳພັນ​ໃນ​ການ​ຜະລິດ, ຈຳໜ່າຍ​ຜະລິດ​ຕະພັນ​ກະ​ເສດ ພິ​ເສດ​ແມ່ນ​ສຳ​ລັບບັນດາ​ວິ​ສາ​ຫະກິດ ຈາກ​ນັ້ນ ປັບປຸງຊີວິດທາງ​ດ້ານວັດຖຸ ​ແລະ ​ຈິດ​ໃຈ​ຂອງ​ພໍ່​ແມ່​ປະຊາຊົນ​ກ່ວາ​ອີກ. ​ແຂວງ ນາມ​ດິ້ງ ​ແມ່ນ​ແຂວງ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດກໍ່ສ້າງ​ຊົນນະບົດ​ໃໝ່​ເປັນ​ຢ່າງ​ດີ ດ້ວຍ 54% ຈຳນວນ​ຕາ​ແສງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່ ​ແລະ ມີ​ເມືອງ ຫາຍ​ເຮົ້າ ​ໄດ້​ຮັບ​ການ​ຮັບ​ຮູ້​ເປັນ​ເມືອງ​ຊົນນະບົດ​ໃໝ່.

ຂ່າວ/ບົດ​ອື່ນ