ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກລົງຢ້ຽມຢາມແລະເຮັດວຽກຢູ່ແຂວງທ໋າຍບີງ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກລົງຢ້ຽມຢາມແລະເຮັດວຽກຢູ່ແຂວງທ໋າຍບີງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນ​ຟຸກ ​ ​
ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ ທ໋າຍບີ​ງ

(vovworld) - ​ ວັນ​ທີ 08/08, ​ໃນ​ການລົງ​ປະຕິບັດ​ງານ​ຢູ່​ແຂວງ ທ໋າຍບີ​ງ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນ​ຟຸກ ​ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ ທ໋າຍບີ​ງ ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ພັດທະນາ​ເສດຖະກິດ - ສັງຄົມ. ກ່ອນ​ໜ້ານັ້ນ, ຕອນ​ບ່າຍ​ວັນ​ທີ 07/08 ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ເລືອກ​ເຟັ້ນ​ເອົາຕາ​ແສງ ບີ​ງດິງ, ​ເມືອງ ກຽນ​ເຊືອງ ​ແມ່ນ​ສະຖານ​ທີ່​ເຮັດ​ວຽກ​ທຳ​ອິດ ​ເພື່ອ​ຊອກ​ຮູ້, ຮັບ​ຟັງ​ຄຳ​ເຫັນ​ຂອງ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ໃນ​ຕາ​ແສງ ພາຍຫລັງ 5 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ທ້ອງ​ຖິ່ນ​ເລືອກ​ເຟັ້ນ​ເອົາ​ແນວປູກ, ສັດລ້ຽງ​ຢ່າງ​ດີ​ມີ​ປະສິດທິ​ຜົນ​ສູງ​ກ່ວາ, ​ເໝາະ​ສົມ​ກັບຈຸດ​ພິ​ເສດສະ​ເພາະ​ຂອງ​ທ້ອງ​ຖິ່ນ ​ແລະ ຄວາມ​ຮຽກ​ຮ້ອງ​ຕ້ອງການ​ຂອງ​ຕະຫລາດ, ທ່ານ​ນາຍົກລັດຖະມົນຕີຖືວ່າ: ​ແຂວງ ທ໋າຍບີ​ງ ຄວນ​ຈັດ​ຕັ້ງ​ການ​ຜະລິດ​ກະສິກຳ​ຄື​​ນໃໝ່ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ; ​ເພີ່ມ​ທະວີ​ການນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ ​ແລະ ​ເອົາ​ໃຈ​ໃສ່ດຸ່ນດ່ຽງ​ບັນດາປັດ​ໃຈ​ເສດຖະກິດ, ສັງຄົມ, ສິ່ງ​ແວດ​ລ້ອມ​ໃນ​ການ​ພັດທະນາ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກໍ່​ລົງ​ຢ້ຽ​ມຢາມ​ໂຮງ​ງານ​ຜະ​ລິດເບ​ຕົງຢູ່​ຕາ​ແສງ ຫວູກີ໋ວ ​ເມືອງ ກຽນ​ເຊືອງ.

 

ຂ່າວ/ບົດ​ອື່ນ