ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການຢ້ຽມຢາມເຢຍລະມັນແລະເຂົ້າຮ່ວມກອງປະຊຸມສຸດຍອດG20

(VOVWORLD) -ຕອນບ່າຍວັນທີ 8 ກໍລະກົດຕາມເວລາເຢຍລະມັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ ອອກຈາກ Hamburg ສິ້ນສຸດການຢ້ຽມຢາມ ເຢຍລະມັນ ແລະ ເຂົ້າຮ່ວມກອງປະຊຸມ G20  ຢ່າງຈົບງາມ ແລະ ເດີນທາງໄປຢ້ຽມຢາມ ໂຮນລັງ
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການຢ້ຽມຢາມເຢຍລະມັນແລະເຂົ້າຮ່ວມກອງປະຊຸມສຸດຍອດG20 - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການຢ້ຽມຢາມເຢຍລະມັນ

ການຢ້ຽມຢາມເຢຍລະມັນ ແລະ ເຂົ້າຮ່ວມກອງປະຊຸມ G20 ໄດ້ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ ເຢຍລະມັນ ໃຫ້ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງໃນທຸກຂົງເຂດ ພ້ອມທັງຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ ໃນເວທີສາກົນ, ສະແດງໃຫ້ເຫັນ ຫວຽດນາມ ຫັນການພົວພັນສາກົນເປັນຫລາຍຮູບຫລາຍແບບ, ເປັນເຈົ້າການ ແລະ ຕັ້ງຫນ້າເຊື່ອມໂຍງເຂົ້າກັບສາກົນ.

ທີ່ກອງປະຊຸມ G20, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະສອງຝ່າຍຢູ່ນອກກອງປະຊຸມກັບການນຳຫລາຍປະເທດຄື: ອິນໂດເນເຊຍ, ອິນເດຍ, ຈີນ, ປະທານາທິບໍດີ ອາເມລິກາ. 

ຕອບກັບ

ຂ່າວ/ບົດ​ອື່ນ