ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການເຂົ້າຮ່ວມກອງປະຊຸມຂັ້ນສູງ CLV -9 ຢ່າງ​ຈົບ​ງາມ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການເຂົ້າຮ່ວມກອງປະຊຸມຂັ້ນສູງ CLV -9 ຢ່າງ​ຈົບ​ງາມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Samdech Techo HunSen
ພາບ:internet

(vovworld)-  ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດກອງ​ປະ​ຊຸມ​​ຂັ້ນ​ສູງ​ເຂດ​ສາມ​ຫລ່ຽມ​ພັດ​ທະ​ນາ​​​​ ​ກຳ​ປູ​ເຈຍ - ລາວ -ຫວຽດ​ນາມ ຄັ້ງ​ທີ 9 (CLV -9), ຕອນ​ເຊົ້າ​ວັນ​ທີ 24/11, ນາ​ຍົກ​ລັດ​ຖະ​ມົນ​ຕີ​ສາມ​ປະ​ເທດ ກຳ​ປູ​ເຈຍ - ລາວ ແລະ ຫວຽດ​ນາມ​ໄດ້​ມີ​ການ​ພົບ​ປະ ແລະ ເຮັດ​ວຽກ​ນຳ​ກັນ​ຢ່າງ​ສະ​ຫນິດ​ສະ​ຫນົມ. ບັນ​ດາ​ການ​ນຳ​ສືບ​ຕໍ່​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ສາມ​ປະ​ເທດ​ໃນ​ການ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ກົນ​ໄກ​ຮ່ວມ​ມື​ພິ​ເສດ​ເຂດ​ສາມ​ຫລ່ຽມ​ພັດ​ທະ​ນາ ກຳ​ປູ​ເຈຍ - ລາວ -ຫວຽດ​ນາມ ກ່​ວາ​ອີກ. ການ​ນຳ​ທັງ​ສາມ​ທ່ານ​ກໍ​ໄດ້​ຕີ​ລາ​ຄາ​ສູງ​ຜົນ​ງານ​ຂອງກອງ​ປະ​ຊຸມ​ຂັ້ນ​ສູງ​ເຂດ​ສາມ​ຫລ່ຽ​ມ​ພັດ​ທະ​ນາ​ກຳ​ປູ​ເຈຍ- ລາວ -ຫວຽດ​ນາມ ຄັ້ງ​ທີ 9, ວຽກ​ງານ​ຈັດ​ຕັ້ງ​ຂອງ​ປະ​ເທດ​ເຈົ້າ​ພາບ ກຳ​ປູ​ເຈຍ ແລະ ພິ​ເສດ​ແມ່ນ​ຖະ​ແຫລງ​ການ​ຮ່ວມ​ຂອງກອງ​ປະ​ຊຸມ. ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ສາມ​ທ່ານ ຢືນ​ຢັນ​ຄືນ​ຄວາມ​ຕັດ​ສິນ​ໃຈ​ຫັນ 15 ໂຄງ​ການ​ບຸ​ລິ​ມະ​ສິດ​ຂອງ​ ເຂດ​ສາມ​ຫລ່ຽມ​ພັດ​ທະ​ນາ ກຳ​ປູ​ເຈຍ - ລາວ -ຫວຽດ​ນາມ ທີ່​ໄດ້​ເປັນ​ເອ​ກະ​ພາບ​ຕາມ​ໝາ​ກ​ຜົນ​ຂອງກອງ​ປະ​ຊຸມ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ບົນ​ພື້ນ​ຖານນັ້ນ, ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ ແລະ ທ້ອງ​ຖິ່ນ​ຕ່າງໆ​ຂອງ​ສາມ​ປະ​ເທດ ຈະ​ຕັ້ງ​ຫນ້າ​ສົມ​ທົບ​ກັນ​ຂົນ​ຂວາຍ, ຮຽກ​ຮ້ອງ​ການ​ລົງ​ທຶນ​ດ້ວຍ​ແຫລ່ງ​ກຳ​ລັງ​ຫລາຍ​ຢ່າງ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ດັ່ງ​ກ່າວ​ໃນ​ຕົວ​ຈິງ​ໂດຍ​ໄວ, ປະ​ກອບ​ສ່ວນ​ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະ​ຊາ​ຊົນ​ໃນ ເຂດ​ສາມ​ຫລ່ຽມ​ພັດ​ທະ​ນາ ກຳ​ປູ​ເຈຍ - ລາວ -ຫວຽດ​ນາມ. ນີ້​ກໍ​ແມ່ນ​ການ​ເຄື່ອນ​ໄຫວ​ສຸດ​ທ້າຍ​ໃນ​ຂອບ​ເຂດ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ຂັ້ນ​ສູງ ເຂດ​ສາມ​ຫລ່ຽມ​ພັດ​ທະ​ນາ ກຳ​ປູ​ເຈຍ - ລາວ -ຫວຽດ​ນາມຄັ້ງ​ທີ 9 ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ. ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ຄະ​ນ​ະ​ໄດ້​ເດີນ​ທາງ​ອອກ​ຈາກ ຊຽມ​ຣ​ຽບ ກັບ​ຄືນ​ເມືອ​ປະ​ເທດ ສິ້​ນ​ສຸດ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ເຂດ​ສາມ​ຫລ່ຽມ​ພັດ​ທະ​ນາ ກຳ​ປູ​ເຈຍ - ລາວ -ຫວຽດ​ນາມ ຢ່າງ​ຈົບ​ງາມ.


ຕອບກັບ

ຂ່າວ/ບົດ​ອື່ນ