ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ28-29ຢ່າງຈົບງາມ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ28-29ຢ່າງຈົບງາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 28 – 29 



(vovworld) - ​ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຫາ​ກໍ່​ສິ້ນ​ສຸດ​ການ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 28 – 29 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງຢ່າງ​ຈົບງາມ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກ​ລັດຖະມົນຕີ ສປປ.ລາວ ທອງ​ລຸນ ສີ​ສຸ​ລິດ. ​ໃນ​ລະຫວ່າງ​ວັນ​ທີ 06 – 08/09 ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ມີ​ລາຍ​ການ​ເຮັດ​ວຽກ​ຢ່າງຮີບ​​ເຮັ່ງ ດ້ວຍ 35 ກອງ​ປະຊຸມ, ​ການເຈລະຈາ​ຫລາຍ​ຝ່າຍ ​ແລະ 2 ຝ່າຍ, ​ໃນ​ນັ້ນ ມີ 11 ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ​ແລະ ລະຫວ່າງ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຈລະຈາ​ຄັ້ງ​ທຳ​ອິດ​ລະຫວ່າງ​ບັນດາ​ການ​ນຳ ອາ​ຊຽນ ກັບ​ຜູ້ຕາງໜ້າລັດຖະສະພາລະ​ຫວ່າງຊາດ ອາ​ຊຽນ; ​ເຈລະຈາ​ກັບ​ຜູ້ຕາງໜ້າ​ໄວ​ໜຸ່ມ ອາ​ຊຽນ; ​ເຈລະຈາ​ກັບ​ສະພາ​ທີ່​ປຶກສາ​ດຳ​ເນີນ​ທຸລະ​ກິດ ອາ​ຊຽນ (ABAC)…ຢູ່​ນອກ​ບັນດາ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ມີການ​ພົບ​ປະ​ແລກປ່ຽນ​ 10 ຄັ້ງກັບ​ການ​ນຳ​ປະ​ເທດ​ເຈົ້າພາບ ກໍ່​ຄື​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ຄູ່​ຮ່ວມ​ມື, ປະມຸກ​ລັດ​ບັນດາ​ປະ​ເທດ, ອົງການຈັດ​ຕັ້ງ​ສາກົນ​ຕ່າງໆ…​ພາຍຫລັງ​ສິ້ນ​ສຸດ​ບັນດາ​ການ​ເຄື່ອນ​ໄຫວ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 28 – 29 ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ທີ່​ກ່ຽວຂ້ອງ, ທ່ານ​ນາຍົກ​ລັດຖະມົນຕີ ​ໄດ້​ໄປ​ຢ້ຽມຢາມ​ອະດີດ​ການ​ນຳ​ຂັ້ນ​ສູງ​ພັກ ​ແລະ ລັດ​ລາວ ບາງ​ທ່ານ.


ຂ່າວ/ບົດ​ອື່ນ