ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ຫວຽດນາມຍາມໃດກໍ່ຖືຍີ່ປຸ່ນແມ່ນຄູ່ຮ່ວມມືສຳຄັນແຖວຫນ້າ

(VOVWORLD) -ຫວຽດນາມ ພ້ອມແລ້ວຕ້ອນຮັບນັກຊ່ຽວຊານ, ນັກລົງທຶນຍີ່ປຸ່ນ 500 ຄົນມາຫວຽດນາມ ແລະ ນຳສົ່ງນັກສຶກສາ ຫວຽດນາມ 10.000 ຄົນໄປຮ່ຳຮຽນ ຢູ່ຍີ່ປຸ່ນ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ຫວຽດນາມຍາມໃດກໍ່ຖືຍີ່ປຸ່ນແມ່ນຄູ່ຮ່ວມມືສຳຄັນແຖວຫນ້າ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ຕ້ອນຮັບທ່ານ ເອກອັກຄະລັດຖະທູດ ຍີ່ປຸ່ນ Yamada Takio

ພາບ:TTXVN

ຕອນບ່າຍວັນທີ 9 ມິຖຸນາ ຢູ່ ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ຍີ່ປຸ່ນ Yamada Takio ມາຮັບຫນ້າທີ່ການທູດຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ຫວຽດນາມ ຍາມໃດກໍ່ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນແຖວຫນ້າ, ຍາວນານ ແລະ ປາດຖະຫນາຢາກສືບຕໍ່ພ້ອມກັບ ຍີ່ປຸ່ນ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ໄລຍະຈະມາເຖິງ ສອງປະເທດ ຈະສົມທົບກັນຢ່າງແຫນ້ນແຟ້ນ ເພື່ອຍູ້ແຮງການຮ່ວມມືລະຫວ່າງສອງປະເທດ ຫລັງໂລກລະບາດໂຄວິດ 19. ຫວຽດນາມ ພ້ອມແລ້ວຕ້ອນຮັບນັກຊ່ຽວຊານ, ນັກລົງທຶນຍີ່ປຸ່ນ 500 ຄົນມາຫວຽດນາມ ແລະ ນຳສົ່ງນັກສຶກສາ ຫວຽດນາມ 10.000 ຄົນໄປຮ່ຳຮຽນ ຢູ່ຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີ ສະເຫນີ ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ຊຸກຍູ້ວິສາຫະກິດ ຍີ່ປຸ່ນ ຕັ້ງຫນ້າເປີດກວ້າງການລົງທຶນ, ດຳເນີນທຸລະກິດ ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ