ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:”ຮ່ວມສຳພັນ”ແມ່ນກຸນແຈຜົນສຳເລັດຂອງດົງທາບ

(VOVWORLD) -ຕອນເຊົ້າວັນທີ 19 ທັນວາ ຢູ່ ນະຄອນ ກາວແຫລງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນປີ 2017 ແຂວງ ດົງທາບ ດ້ວຍຫົວຂໍ້ “ດົງທາບ ເອົາໃຈໃສ່ເປັນພິເສດເຖິງການດຶງດູດການຮ່ວມມື, ລົງທຶນ ເຂົ້າໃນຂົງເຂດກະສິກຳ, ປຸງແຕ່ງຜະລິດຕະພັນກະເສດ ແລະ ບັນດາຂົງເຂດກ່ຽວຂ້ອງຮັບໃຊ້ກະສິກຳ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:”ຮ່ວມສຳພັນ”ແມ່ນກຸນແຈຜົນສຳເລັດຂອງດົງທາບ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຊົມຮ້ານວາງສະແດງສິນຄ້າ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາວ່າ: ດົງທາບແມ່ນແບບຢ່າງດີເດັ່ນກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ດ້ວຍຈິດໃຈຮ່ວມເດີນທາງພ້ອມກັບປະຊາຊົນ ແລະ ວິສາຫະກິດໄດ້ສະແດງໃຫ້ເຫັນຜ່ານອຳນາດການປົກຄອງທຸກຂັ້ນ. ທ່ານນາຍົກລັດຖະມົນຕີ ຖືວ່າ: ການຮ່ວມສຳພັນແມ່ນກຸນແຈສຳຄັນ ຊ່ວຍໃຫ້ ດົງທາບ ປະສົບຜົນສຳເລັດ ແລະ ນີ້ແມ່ນບົດຮຽນໃຫ້ແກ່ບັນດາແຂວງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໃນຮູບແບບຮ່ວມສຳພັນລະຫວ່າງການຜະລິດ ແລະ ຕະຫລາດ; ການຮ່ວມສຳພັນລະຫວ່າງບໍລິການ logistic ແລະ ພື້ນຖານໂຄງລ່າງດ້ານຄົມມະນາຄົມ… ກ່ຽວກັບການກຳນົດທິດພັດທະນາສຳລັບ ດົງທາບ ກໍຄືທົ່ວເຂດທົ່ງພຽງແມ່ນ້ຳຂອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:

“ກ່ອນອື່ນໝົດ ກະສິກຳຕ້ອງໄປຕາມທິດຂຽວ, ສະອາດ, ໂປ່ງໃສ, ແມ່ນໄມ້ງັດຕົ້ນຕໍໃຫ້ແກ່ການພັດທະນາ. ພວກເຮົາຄວນເອົາໃຈໃສ່ເຖິງກະສິກຳເຕັກໂນໂລຊີສູງ, ກະສິກຳອົງຄະທາດ ແລະ ຜັນຂະຫຍາຍຢ່າງແຮງເຕັກໂນໂລຊີປຸງແຕ່ງ, ບັນດາຜະລິດຕະພັນກະສິກຳດຶງດູດວິສາຫະກິດໃຫຍ່ລົງທຶນຫລາຍກວ່າ.”

 

ຕອບກັບ

ຂ່າວ/ບົດ​ອື່ນ