ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມຄັ້ງທີ40ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລາວ

(VOVWORLD) -ຕອນເຊົ້າວັນທີ 4 ກຸມພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ນຳຫນ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງຮອດສະຫນາມບິນສາກົນ ວັດໄຕ ນະຄອນຫລວງ ວຽງຈັນ ເລີ່ມຕົ້ນການເຂົ້າຮ່ວມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 40 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ຊື່ງດຳເນີນແຕ່ວັນທີ 4-5 ກຸມພາປີ 2018.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມຄັ້ງທີ40ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລາວ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ນຳຫນ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງຮອດສະຫນາມບິນສາກົນ ວັດໄຕ 

ຕອນບ່າຍວັນທີ  ກຸມພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ພ້ອມກັນເຂົ້າຮ່ວມພິທີຕັດແຖບຜ້າ ແລະ ເປັນສັກຂິພິຍານພິທີລົງນາມໃນບົດບັນທຶກມອບສົ່ງສູນບຳລຸງສ້າງພະນັກງານຄຸ້ມຄອງວິທະຍາສາດ ແລະ ອຸດສາຫະກຳ ລາວ. ໂຄງການດັ່ງກ່າວໄດ້ຮັບການກໍ່ສ້າງສຳເລັດ ປະກອບສ່ວນຊ່ວຍລັດຖະບານລາວເວົ້າລວມ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີລາວ ເວົ້າສະເພາະ ມີພື້ນຖານດ້ານວັດຖຸທັນສະໄຫມ ຮັບໃຊ້ວຽກງານບຳລຸງສ້າງແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ຂະແຫນງ. ນີ້ແມ່ນຮາກຖານບຳລຸງສ້າງສະເພາະຂະແຫນງແຫ່ງທຳອິດຂອງລາວ ໄດ້ຮັບການລົງທຶນຢ່າງຄົບຊຸດ, ທັນສະໄຫມ. ບັນລຸມາດຕະຖານສາກົນ. ກ່າວຄຳເຫັນທີ່ພິທີ, ທ່ານ ບໍວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ລາວ ຕີລາຄາສູງໂຄງການ ແລະ ຖືວ່າ ນີ້ແມ່ນສັນຍາລັກແບບຢ່າງຂອງການຮ່ວມມືກ່ຽວກັບດ້ານວິທະຍາສາດເຕັກໂນໂລຊີລະຫວ່າງສອງປະເທດ. ຕາງຫນ້າໃຫ້ຂະແຫນງວິທະຍາສາດ ແລະ ເຕັກໂນໂລຊີລາວ, ທ່ານລັດຖະມົນຕີ ບໍແສງຄຳ ວົງດາລາ ສະແດງຄວາມຂອບອົກຂອບໃຈອັນເລິກເຊິ່ງຕໍ່ພັກ, ລັດ ແລະ ລັດຖະບານຫວຽດນາມ ແລະ ພິເສດແມ່ນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍາມໃດກໍ່ມີຄວາມເອົາໃຈໃສ່ສູງເພື່ອຊ່ວຍເຫລືອ, ສະຫນັບສະຫນູນປະຊາຊົນລາວ ເວົ້າລວມ ແລະ ຂະແຫນງວິທະຍາສາດເຕັກໂນໂລຊີຂອງລາວເວົ້າສະເພາະ. ທ່ານລັດຖະມົນຕີ ກໍ່ໄດ້ຂອບອົກຂອບໃຈກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ຍາມໃດກໍ່ສະຫນັບສະຫນູນ, ຮ່ວມມື, ຊ່ວຍເຫລືອ ຂະແຫນງວິທະຍາສາດ ແລະ ເຕັກໂນໂລຊີຂອງລາວໃຫ້ພັດທະນາ. 

ຕອບກັບ

ຂ່າວ/ບົດ​ອື່ນ