ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມຊາບຊຶມມະຕິສູນກາງພັກຄັ້ງທີ4

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມຊາບຊຶມມະຕິສູນກາງພັກຄັ້ງທີ4 - ảnh 1
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າ
ຮ່ວມກອງປະຊຸມຊາບຊຶມມະຕິສູນກາງ4

(vovworld) - ບັນດາ​ພະນັກງານ, ສະມາຊິກ​ພັກ​ຫ້ອງ​ວ່າການ​ລັດຖະບານ​ຄວນ​ເຊື່ອມຊຶມ​ຈິດ​ໃຈ​ມະຕິ​ສູນ​ກາງພັກຄັ້ງທີ 4 (ຊຸດ​ທີ 12) ​ແລະ ຍົກ​ສູງ​ລະດັບ​ຄວາມ​ຮູ້ ​ເພື່ອ​ເຮັດ​ວຽກ​ຢ່າງມີ​ປະສິດທິ​ຜົນ. ນີ້ແມ່ນຄຳ​ເຫັນ​ຊີ້​ນຳ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນ​ຟຸກ ທີ່​ກອງ​ປະຊຸມ​ຮ່ຳຮຽນ, ຊາບ​ຊຶມ, ຜັນ​ຂະຫຍາຍ​ມະຕິ​ສູນ​ກາງພັກຄັ້ງທີ 4 (ຊຸດ​ທີ 12) ​ໂດຍ​ອົງຄະ​ນະ​ພັກ​ຫ້ອງ​ວ່າການ​ລັດຖະບານ​ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 30/12 ຢູ່ ຮ່າ​ໂນ້ຍ.

        ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ເນັ້ນ​ໜັກ​ວ່າ ປີ 2016 ດ້ວຍ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ, ​ແຕ່​ພວກ​ເຮົາ​ໄດ້​ສຳ​ເລັດ​ໜ້າ​ທີ່​ເປັນ​ຢ່າງ​ດີ​ໂດຍ​ພື້ນຖານ. ທ່ານ​ນາຍົກລັດຖະມົນຕີຊີ້​ແຈ້ງວ່າ:

        “ມະຕິ​ສູນ​ກາງພັກຄັ້ງທີ 4 ຕ້ອງ​ເຊື່ອ​ມຊຶມ, ສູ້​ຊົນ​ໃຫ້ອົງການ​ສຳນັກງານ​ສຳ​ເລັດ​ໜ້າ​ທີ່​ເປັນ​ຢ່າງ​ດີ, ​ເປັນ​ແບບຢ່າງ​ໃຫ້​ອົງການ​ສຳນັກງານ​ອື່ນໆ. ກອງປະຊຸມ​ສູນ​ກາງພັກຄັ້ງທີ 4 ມີ​ມະຕິ​ຫລາຍ​ສະບັບ ​ແຕ່​ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ານ​ການ​ຜັນ​ແປ່​ເອງ, ຫັນປ່ຽນ​ເອງ, ຮັກສາ​ຄຸນສົ​ມບັດ, ນີ້​ແມ່ນ​ບັນ​ຫາ​ສຳຄັນ​ທີ່​ສຸດ”.

ຂ່າວ/ບົດ​ອື່ນ