ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງວິ້ງລອງ 2018

(VOVWORLD) -ກອງປະຊຸມສົ່ງເສີມການລົງທຶນແຂວງວິ້ງລອງ 2018 ດ້ວຍຫົວຂໍ້ວ່າ “ວິ້ງລອງ - ເປັນເຈົ້າການຮ່ວມມືພັດທະນາແບບຍືນຍົງ” ຖືກດຳເນີນໃນຕອນເຊົ້າວັນທີ 27 ມີນາ, ຢູ່ນະຄອນ ວິ້ງລອງ, ດ້ວຍການເຂົ້າຮ່ວມກອງຜູ້ແທນກວ່າ 800 ຄົນ
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງວິ້ງລອງ 2018 - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງວິ້ງລອງ 2018)

ໃນນັ້ນມີນັກທຸລະກິດ, ນັກລົງທຶນຢູ່ພາຍໃນປະເທດ ແລະ ສາກົນນັບຮ້ອຍຄົນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ແຂວງ ວິ້ງລອງ ໃນທົດສະວັດຈະມາເຖິງ ໄດ້ກາຍເປັນແຂວງພັດທະນາຂະຫຍັນຂັນເຄື່ອນແຖວໜ້າຂອງທົ່ວປະເທດ. ນອກນັ້ນ, ວິ້ງລອງ ຕ້ອງສົມທົບຍຸດທະສາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດເຂົ້າໃນຍຸດທະສາດພັດທະນາເສດຖະກິດ, ສັງຄົມ ເພື່ອຮັບປະກັນການພັດທະນາແບບຍືນຍົງ.

        ພິເສດ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ແຂວງວິ້ງລອງ ສ້າງລະບົບຮ່ວມສຳພັນໃນກະສິກຳດ້ວຍຮູບແບບ: ຊາວກະສິກຳ, ລັດ, ນັກລົງທຶນ, ທະນາຄານ, ນັກວິທະຍາສາດ, ນັກຈຳໜ່າຍ. ກ່ຽວກັບບັນດາມາດຕະການລະອຽດ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ແຂວງວິ້ງລອງ ຄວນຍົກສູງຈຳນວນ ແລະ ຂອບຂະໜາດວິສາຫະກິດໃນບໍລິເວນແຂວງ, ດຶງດູດບັນດານັກລົງທຶນໃຫຍ່ກ່ຽວກັບດ້ານທຶນຮອນ, ເຕັກໂນໂລຊີໃໝ່ມາລົງທຶນຢູ່ແຂວງວິ້ງລອງ ໃຫ້ຫຼາຍກວ່າ. ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ, ແຂວງວິ້ງລອງ ຕ້ອງປັບປຸງສະພາບແວດລ້ອມກົນໄກນະໂຍບາຍ, ຫຼຸດຜ່ອນລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ສ້າງຄວາມສະດວກໃຫ້ບັນດານັກລົງທຶນກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ