ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແລະໂຄສະນາການທ່ອງທ່ຽວແຂວງກວາງຈິ້2016

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແລະໂຄສະນາການທ່ອງທ່ຽວແຂວງກວາງຈິ້2016 - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
ກ່າ​ວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ)


(vovworld) - ຕອນ​ບ່າຍ​ວັນ​ທີ 17/04, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມສ​ົ່ງ​ເສີມ​ການ​ລົງ​ທຶນ ​ແລະ​ ໂຄ​ສະ​ນາ​ການ​ທ່ອງ​ທ່ຽວແຂວງ ກວາງ​ຈິ້ ປີ 2016, ຢູ່​ນະ​ຄອນ ດົງ​ຮ່າ, ແຂວງກວາງ​ຈິ້. ກອງ​ປະ​ຊຸມ​ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງກວາງ​ຈິ້ ສົມ​ທົບ​ກັບ​ທະ​ນາ​ຄານ​ລົ​ງ​ທຶນ ແລະ ພັດ​ທະ​ນາ​ຫວຽດ​ນາມ (BIDV) ພ້ອ​ມ​ກັນ​ຈັດ​ຕັ້ງ.

        ກ່າ​ວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ, ຍາມ​ໃດລັດ​ຖະ​ບານ​ຫວຽດ​ນາມ ​ກໍ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ, ພ້ອ​ມ​ທັງ​ຕັ້ງ​ໜ້າ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ, ສ້າງ​ລະ​ບົບ​ກົດ​ໝາຍ​ໃຫ້​ສົ​ມ​ບູບ​ແບບ, ປະ​ຕິ​ຮູບ​ລະ​ບ​ຽບ​ການ​ບໍ​ລິ​ຫານ, ສ້າງ​ສະ​ພາບ​ແວດ​ລ້ອມ​​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນກວ່າ ເພື່ອ​ພ້ອ​ມ​ກັນ​ຮ່ວມ​ມື​ພັດ​ທະ​ນາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້​ການ​ນຳ​ແຂວງ ກວາງ​ຈິ້ ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ, ວິ​ສາ​ຫະ​ກິດ​ມາ​ລົງ​ທຶນ, ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ບໍ​ລິ​ເວນ​ແຂວງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້​ແຂວງກວ​າງ​ຈິ້ ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະ​ຫວ່າງ​ເຂດ ເພື່ອ​ເປີດກວ້າງ​ການ​ສຳ​ພັດ​ກັບ​ຕະ​ຫຼາດ, ເອົາ​ໃຈ​ໃສ່​ເຖິງ​ການ​ເຊື່ອມ​ຕໍ່​ກັບ​ບັນ​ແຂວງ, ໂດຍ​ສະ​ເພາະ​ແມ່ນ​ແຂວງ​ພາກ​ກາງ ເພື່ອ​ສ້າງ​ເປັນ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ - ການ​ບໍ​ລິ​ການ​ມີມ​ູນ​ຄ່າ​ເພີ່ມ​ສ​ູງ ແລະ ມີ​ປະ​ສິດ​ທິ​ຜົນ.

ຂ່າວ/ບົດ​ອື່ນ