ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 30 ຢູ່ຟິລິບປີນ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 30 ຢູ່ຟິລິບປີນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸ​ກ
​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 30
(ພາບ: TTXVN)

(vovworld) - ວັນ​ທີ 29/04, ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 30 ດ້ວຍ​ຫົວ​ຂໍ້​ວ່າ “ຮ່ວມ​ແຮງ​ຮ່ວມ​ໃຈ​ປ່ຽນ​ແປງ, ເຊື່ອມ​ຈອດ​ກັນ​​ທົ່ວ​ໂລກ” ຖື​ກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະ​ຄອນ​ຫຼວງ ມາ​ນີ​ນາ, ປະ​ເທດ​ຟິ​ລິບ​ປີນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມ​ເຫດ​ການນີ້. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ Rodrigo Duterte ຮ​ຽກ​ຮ້ອງ​ໃຫ້​ບັ​ນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ​ເຄົ​າ​ລົບ​ຄວາມ​ເອ​ກະ​ລາດ​ຂອ​ງ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ ແລະ ຢືນ​ຢັນ​ບັນ​ດາ​ການ​ພົວ​ພັນ​ນັ້ນ​ຈະ​ນຳ​ມາ​ເຊິ່ງ​ໝາກ​ຜົນ​ ໂດຍ​ອີງ​ໃສ່​ຄວາມ​ເຄົາ​ລົບ​ຜົນ​ປະ​ໂຫຍດ​ຂອງ​ກັນ. ສະ​ນັ້ນ, ການ​ເຈ​ລະ​ຈ​າ​ແມ່ນ​​ແບບ​ວ​ິ​ທີ​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ ເມື່ອ​ອາ​ຊຽນ ຮັກ​ສາ​ຫຼັກ​ການບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ.

        ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ, ວັນ​ທີ 29/04, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ບັນ​ດາ​ການ​ນຳ​ອາ​ຊຽນ ໄດ້​ປ​ຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ເພື່ອ​ຍູ້​ແຮງວິ​ວັດ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພ້ອມ​ທັງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລະ​ຫວ່າງ​ບັນ​ດາ​ກາ​ນຳ​ອາ​ຊຽນ ກັບ​ຜູ້​ຕາງ​ໜ້າ​ສະ​ມັດ​ຊາ​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ອາ​ຊຽນ (AIPA) ແລະ ຜູ້​ຕາງ​ໜ້າ​ຊາວ​ໜຸ່ມ​ອາ​ຊຽນ.

        ກ່ອນ​ທີ່​ອັດ​ກອງ​ປະ​ຊຸມ​ໃນ​ຕອນ​ບ່າຍ​ວັນ​ທີ 29/04, ຄາດ​ວ່າ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ບັນ​ດາ​ການ​ນຳ​ອາ​ຊຽນ ຈະ​ລົງ​ນາມ​ໃນ​ຖະ​ແຫຼງ​ການ​ອາ​ຊຽນ ກ່ຽວ​ກັບ​ບົດ​ບາດ​ຂອງ​ພື້ນ​ຖານ​ລັດ​ຖະ​ການເພື່ອ​ເປັນ​​ກຳ​ລັງ​ໜູນໃນ​ເລື່ອງ​ບັນ​ລຸ​ໄດ້​ວິ​ໄສ​ທັດ​ປະ​ຊາ​ຄົ​ມ​ອາ​ຊຽນ 2025. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Rodrigo Duterte, ປະ​ທານ​ອາ​ຊຽນ 2017 ກໍ່​ຈະ​ອອກ​ຖະ​ແຫຼງ​ການ​ປະ​ທານກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ນີ້.

        ກ່ອນ​ໜ້ານັ້ນ, ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 30, ວັນ​ທີ 28/04, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ຊວນ​ຟຸ​ກ ໄດ້​ມີ​ການ​ພົບ​ປະ​ 2 ຝ່າຍ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ Najib Tun Razak. ທີ່​ການ​ພົ​ບ​ປະ, 2 ຝ່າຍ​ໄດ້​ເຫັນ​ດີ​ຍູ້​ແຮງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດຄື​ການ​ຄ້າ, ການ​ລົງ​ທຶນ, ສຳ​ຫຼວດ ແລະ ຂຸດ​ຄົ້ນ​ນ້ຳ​ມັນ​ອ້າຍ​ແກ​ດ, ການຮ່ວມ​ມື​ບົນ​ທະ​ເລ ແລະ ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນ​ລຸ 20 ຕື້ USD…. ຄຽງ​ຂ້າງ​ການ​ຮ່ວມ​ມື 2 ຝ່າຍ, 2 ຝ່າຍ​ໄດ້​ເຫັນ​ດີ​ນຳ​ກັນ​ຮັກ​ສາ​ການ​ທາບ​ທາມ​ຄວາມ​ເຫັນ ແລະ ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ສ້າງ​ອາ​ຊຽນ ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ, ເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ​ຂອງ​ອາ​ຊຽນ ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຍຸດ​ທະ​ສາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ພິ​ເສດ​ແມ່ນ​ບັນ​ຫາ​ທະ​ເລ​ຕາ​ເວັ​ນ​ອອກ…

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ຍັງ​ມີ​ການ​ພົບ​ປະ​ກັບ​ທ່ານ​ນາງ Aung San Suu Kyi, ຫົວ​ໜ້າ​ຄະ​ນະ​ມາ​ເລ​ເຊຍ ທີ​່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້; ຢ້ຽມ​ຢາມສະ​ຖານ​ທູດ​ຫວຽດ​ນາມ​ ປະ​ຈຳ​ຟິ​ລິບ​ປີນ​ ແລະ ພົບ​ປະ​ກັນ​ປະ​ຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຟິ​ລິບ​ປີນ. 


ຕອບກັບ

ຂ່າວ/ບົດ​ອື່ນ