ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ຮ່ວາບີງ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ຮ່ວາບີງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກ່າວ​ຄຳ​ເຫັນ​ທີ່ວັນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢູ່​ນະ​ຄອນ ຮ່​ວາ​ບີງ
ພາບ:baotainguyen

(vovworld)- ຕອນ​ຄ່ຳ​ວັນ​ທີ 18/11, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມ​ວັນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢູ່​ນະ​ຄອນ ຮ່​ວາ​ບີງ. ເມື່ອ​ໂອ້​ລົມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢືນ​ຢັນ: ບົດ​ບາດ​ອັນ​ໃຫຍ່​ຫລວງ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໃນ​ການ​ຂົນ​ຂວາຍ, ເຕົ້າ​ໂຮມ​ໝູ່​ມະ​ຫາ​ຊົນ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ, ແນວ​ຄິດ ແລະ ພາ​ລະ​ກິດ​ຂອງ​ພັກ ນັບ​ທັງ​ໃນ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ກໍ​ຄື​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທ​ດ​ຊາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢືນ​ຢັນ ຄວາມ​ໝາຍ ແລະ ຄວາມ​ສຳ​ຄັນ​ຂອງວັນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ໂດຍ​ແນວ​ໂຮມ​ປະ​ເທດ​ຊາດ​ຈັດ​ຕັ້ງ​ປະ​ຈຳ​ປີ​ໃນ​ທົ່ວ​ປະ​ເທດ ແລະ ເນັ້ນ​ຫນັກ​ວ່າ: ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ລະ​ອຽດ ເພື່ອ​ຮຽກ​ຮ້ອງ, ຮັກ​ສາ ແລະ ທະ​ວີ​ຄູນ​ຄວາມ​ສາ​ມັກ​ຄີ​ໃນ​ໝູ່​ປະ​ຊາ​ຊົນ, ຊາວ​ຊົນ​ເຜົ່າ​ຢູ່​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ.


ຕອບກັບ

ຂ່າວ/ບົດ​ອື່ນ