ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເດີນທາງເຂົ້າຮ່ວມກອງປະຊຸມຂັ້ນສູງຄູ່ເຈລະຈາອາຊຽນ-ລັດເຊຍ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເດີນທາງເຂົ້າຮ່ວມກອງປະຊຸມຂັ້ນສູງຄູ່ເຈລະຈາອາຊຽນ-ລັດເຊຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​
ວາງພວງມາລາ ​ຢູ່​ອະນຸສາວະລີ​ປະທານ​ໂຮ່ຈີ​ມິນ
(ພາບ: TTXVN)

(vovworld) –​​ ຕອນ​ບ່າຍ​ວັນ​ທີ 19/05 (ຕາມ​ເວລາ ຫວຽດນາມ), ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງລັດຖະບານ ຫວຽດນາມ ອອກ​ຈາກ​ນະຄອນຫລວງ ມົດ​ສະ​ກູ, ສິ້ນ​ສຸດ​ການ​ຢ້ຽມຢາມ​ສະຫະພັນ ລັດ​ເຊຍ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ Dmitry Medvedev ​ເພື່ອ​ເດີນທາງ​ເຖິງ Sochi ​ເລີ່​ມຕົ້ນ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນສ້າ​ງການ​ພົວພັນ​ຄູ່ເຈລະຈາ ອາ​ຊຽນ - ລັດ​ເຊຍ.

        ກ່ອນ​ໜ້າ​ນັ້ນ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈີ​ມິນ​ຄົບຮອບ 126 ປີ (19/05/1890 – 19/05/2016), ວັນ​ທີ 19/05 ທ່ານ​ນາຍົກລັດຖະມົນຕີ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ ຫວຽດນາມ ​ໄດ້​​ໄປວາງພວງມາລາ ​ແລະ ປູກ​ຕົ້ນ​ໄມ້​ລະນຶກ​ຢູ່​ອະນຸສາວະລີ​ປະທານ​ໂຮ່ຈີ​ມິນ​ ຢູ່​ນະ​ຄອນ​ຫລວງ ມົດ​ສະ​ກູ ສະຫະພັນ​ລັດ​ເຊຍ.


ຂ່າວ/ບົດ​ອື່ນ