ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມປະຈຳການລັດຖະບານ

(VOVWORLD) -ໃນວັນທີ 24 ແລະ 25 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມປະຈຳການລັດຖະບານ ເພື່ອປຶກສາຫາລື 10 ເນື້ອໃນສຳຄັນ.

ທີ່ກອງປະຊຸມ, ກະຊວງກໍ່ສ້າງລາຍງານຮ່າງມະຕິຂອງລັດຖະບານກ່ຽວກັບບັນດາຫນ້າທີ່, ມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດໃນການລົງທຶນກໍ່ສ້າງ. ເມືື່ອຮັບຟັງບົດລາຍງານກ່ຽວກັບການລົງທຶນກໍ່ສ້າງທ່າກຳປັ່ນຢູ່ ທ່າກຳປັ່ນສາກົນ ຫາຍຟ່ອງ ແລະ ຮູບແບບການຄຸ້ມຄອງ, ຂຸດຄົ້ນທ່າກຳປັ່ນທະເລ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ການວາງແຜນກຳນົດ ແລະ ການລົງທຶນຢູ່ເຂດນີ້ ຕ້ອງປະຕິບັດຢ່າງເປັນລະບົບ ເພື່ອຍົກສູງກຳລັງຄວາມສາມາດການແກ້ງແຍ້ງແຫ່ງຊາດ, ຮັບປະກັນໃຫ້ທ່າກຳປັ່ນນຳ້ເລິກ ແລກຫວ້ຽນ ແມ່ນເງື່ອນໄຂດຶງດູດນັກລົງທຶນຕ່າງປະເທດມາລົງທຶນຢູ່ ຫາຍຟ່ອງ.

ຕອບກັບ

ຂ່າວ/ບົດ​ອື່ນ