ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນມັງກອນຂອງລັດຖະບານ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນມັງກອນຂອງລັດຖະບານປີ 2020.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນມັງກອນຂອງລັດຖະບານ - ảnh 1 ກອງປະຊຸມສະໄໝສາມັນປະຈຳເດືອນມັງກອນຂອງລັດຖະບານປີ 2020

(ພາບ: TTXVN)

ຕອນເຊົ້າວັນທີ 05 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນມັງກອນຂອງລັດຖະບານປີ 2020. ກອງປະຊຸມ ແລະ ສະພາບການເສດຖະກິດ, ສັງຄົມພວມດຳເນີນໄປໃນສະພາບທີ່ເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ (2019 - nCoV) ໄດ້ລະບາດຢູ່ຈີນ ແລະ ແຜ່ລາມມາສູ່ຫວຽດນາມ.

          ທວນຄືນບັນດາຈຸດຕົ້ນຕໍຂອງວຽກງານຮັບໃຊ້ບຸນເຕັດໃຫ້ແກ່ປະຊາຊົນ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ເລື່ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ມານະພະຍາຍາມ, ຊີ້ນຳຢ່າງຂ້ຽວຂາດເພື່ອໃຫ້ບຸນເຕັດປີຊວດ 2020 ດຳເນີນໄປໃນສະພາບທີ່ມີຄວາມອົບອຸ່ນ, ເບີກບ່ານມວນຊື່ນ ແລະ ປະຢັດມັດທະຍັດ.

          ກ່ຽວກັບສະພາບການຂອງເຊື້ອພະຍາດ 2019 – nCoV, ທ່ານນາຍົກລັດຖະມົນຕີ ໄດ້ຢ້ຳຢືນເຖິງແຜນນະໂຍບາຍທີ່ວ່າ ອາດຈະສູນເສຍສ່ວນໜຶ່ງຂອງການເຕີບໂຕເສດຖະກິດ ເພື່ອຮັບປະກັນສຸຂະພາບ, ຊີວິດຂອງປະຊາຊົນ. ດ້ວຍຈິດໃຈ “ຕ້ານເຊື້ອພະຍາດຄືດັ່ງຕ້ານສັດຕູ”, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງຕ້ອງມີບັນດາມາດຕະການແກ້ໄຂຢ່າງແຮງກວ່າອີກ ເພື່ອແນໃສ່ຮັບປະກັນການເຕີບໂຕ ແລະ ການປ້ອງກັນ, ຕ້ານເຊື້ອພະຍາດ ເພື່ອປະຕິບັດແຜນການພັດທະນາເສດະກິດ, ສັງຄົມເຊິ່ງສູນກາງ, ສະພາແຫ່ງຊາດ, ລັດຖະບານ ໄດ້ວາງອອກ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ໃນສະພາບການປະຈຸບັນ, ຕ້ອງມີປະຕິກິລິຍາທາງດ້ານເສດຖະກິດ, ການເງິນ, ການຜະລິດຢ່າງວ່ອງໄວເພື່ອທົດແທນໃຫ້ແກ່ຄວາມຊັກຊ້າທາງດ້ານເສດຖະກິດຍ້ອນເຊື້ອພະຍາດດັ່ງກ່າວ. 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວວ່າ:

“ພວກເຮົາເດັດດ່ຽວ ແລະ ມີມາດຕະການຢ່າງແຮງເພື່ອບໍ່ປະໃຫ້ການເຕີບໂຕຫຼຸດລົງແຮງໃນເງື່ອນໄຂທີ່ສາມາດເຮັດໄດ້” ພວກເຮົາໄດ້ສ້າງບັນດາໜ່ວຍງານປະຕິກິລິຍາໄວເພື່ອຕ້ານໂລກລະບາດ nCoV, ດັ່ງນັ້ນຕ້ອງມີປະຕິກິລິຍາໄວກ່ຽວກັບດ້ານເສດຖະກິດ, ການເງິນ, ການຜະລິດເພື່ອທົດແທນ ຄວາມຊັກຊ້າທາງດ້ານເສດຖະກິດຍ້ອນໂລກລະບາດ. ເພາະສະນັ້ນ, ຕ້ອງປັບຕົວໃຫ້ແທດເໝາະກັບສະພາບການໃນປັດຈຸບັນໃນການພັດທະນາເສດຖະກິດ ເພື່ອ ຫັນຄວາມປະຊາໄຊກາຍເປັນໄຊຊະນະ, ຕິດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ, ເພື່ອນຳພື້ນຖານເສດຖະກິດໃຫ້ມີຄວາມກ້າວໜ້າ, ຕອບສະໜອງຄວາມມຸ່ງຫວັງຂອງປະຊາຊົນແມ່ນຄຳຮຽກຮ້ອງນຳມາປຶກສາຫາລືທີ່ກອງປະຊຸມ”

ຕອບກັບ

ຂ່າວ/ບົດ​ອື່ນ