ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງບີ່ງທ້ວນ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງບີ່ງທ້ວນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຊຸກ 
ພາບ:​baolaodong

(VOVworld)- ຕອ​ນ​ບ່າຍ​ວັນ​ທີ 18/4 ຢູ່ ແຂວງ ບີ​່ງ​ທ້ວນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຊຸກ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ລັດ​ຖະ​ບານ  ໄດ້​ມີ​ການ​ເຮັດ​ວຽກ​ກັບ ການ​ນຳ​ຫລັກ​ແຫລ່ງ​ຂອງ​ແຂວງ ບີ່ງ​ທ້ວນ ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ຫ​ນ້າ​ທີ່​ເສດ​ຖະ​ກິດ​ສັງ​ຄົມ. ກ່າວ​ຄ​ຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕີ​ລາ​ຄາ​ວ່າ: ແຂວງ ບີ່ງ​ທ້ວນ ແມ່ນ​ແຂວງ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ເມື່ອມໍ່​ກັບ​ເສດ​ຖະ​ກິດ​ຈຸດ​ສຸມ​ທາງ​ພາກ​ໃຕ້, ອາ​ກາດ​ສະ​ດວກ ແລະ ສາ​ມາດ​ພັດ​ທະ​ນາ​ບັນ​ດາ​ສູນ​ໃຫ​ຍ່​ກ່ຽວ​ກັບ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃຫມ່, ການ​ທ່ອງ​ທ່ຽວ. ນີ້​ແມ່ນ​ເງື່ອນ​ໄຂ​ສຳ​ຄັນ​ເພື່ອ​ຂຸດ​ຄົ້ນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັ​ງ​ຄົມ​ຂອງ​ບີ່ງ​ທ້ວນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖື​ວ່າ:ແຂວງ ບີ່ງ​ທ້ວນ ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ຫລາຍ​ຢ່າງ ແລະ ທ່າ​ໄດ້​ປຽບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຫລາຍ​ຮູບ​ແບບ ແລະ ມີ​ຄວາມ​ສາ​ມາດ​ຢ່າງ​ພຽ​ງ​ພໍ​ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ​ມີຄວາມ​ສາ​ມາດຢ່າງ​ພຽງ​ພໍ​ເພື່ອ​ກາຍ​ເປັນ​ແຂວງ​ຮັ່ງ​ມີ​ເຂັ້ມ​ແຂງ. ກ່ຽວ​ກັບ​ຫ​ນ້າ​ທີ່​ມາດ​ຕະ​ການ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ນ​ຟຸກ ສະ​ເຫ​ນີ : ແຂວງ ບີ່ງ​ທ້ວນ​ສູ້​ຊົນ​ສຳ​ເລັດ​ລື່ນ​ກາຍ​ບັນ​ດາ​ຄາດ​ໝາຍ​ວາງ​ອອກ​ໃນ​ປີ 2017. 


ຕອບກັບ

ຂ່າວ/ບົດ​ອື່ນ