ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງແທງຮ໋ວາ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງແທງຮ໋ວາ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​
ເປັນ​ປະທານ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ​ແທງ​ຮ໋ວາ

(vovworld) - ​ ຕອນ​ບ່າຍ​ວັນ​ທີ 26/09 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ເປັນ​ປະທານ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ​ແທງ​ຮ໋ວາ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ເສດຖະກິດ - ສັງຄົມ. ສະຫຼຸບ​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ແຂວງ ​ແທງ​ຮ໋ວາ ປະຕິບັດ​ແຜນຜັງ​ເມືອງ​ໃຫ້​ດີ, ກຳນົດ​ ​ບັນດາ​ເຂດ​ພັດທະນາ​ສຳລັບ​ແຕ່ລະຂະ​ແໜງ​ອາຊີບ, ຂົງ​ເຂ​ດຢ່າງ​ຈະ​ແຈ້ງ. ກ່ຽວ​ກັບ​ບັນດາຕົວ​ເລກ​ຄາດໝາຍ​ເສດຖະກິດ - ສັງຄົມ, ທ່ານ​ນາຍົກລັດຖະມົນຕີ ຊີ້​ນຳ​ແຂວງ ​ແທງ​ຮ໋ວາ ຄວນ​ສຸມ​ໃສ່​ຜັນ​ຂະຫຍາຍ​ ​ບັນດາ​ມາດ​ຕະການຢ່າງ​ຄົບ​ຊຸດ, ປະຕິບັດ​ສຳ​ເລັດ ​ແລະ ລື່ນ​ກາຍ​ຕົວ​ເລັກ​ຄາດໝາຍ​ຂອງແຜນການ​ປີ​ນີ້ ​ແລະ ຊຸມ​ປີ​ຕໍ່​ໄປ. ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ:

        “ຜັນ​ຂະຫຍາຍ​ການ​ກະທຳ​ຢ່າງ​ຂ້ຽວຂາດ ​ເພື່​ອປະຕິບັດ​ມະຕິ​ຂອງ​ນາຍົກລັດຖະມົນຕີກ່ຽວ​ກັບ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​​ແກ່ງ​ແຍ້​ງ, ໜູນ​ຊ່ວຍ​ພັດທະນາ​ວິ​ສາ​ຫະກິດ, ຍູ້​ໄວການປ່ອຍ​​ເງິນ​ການລົງທຶນພາກ​ລັດ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ. ​ແທງ​ຮ໋ວາ ຄວນ​ປ່ອຍ​ເງິນ​ລົງທຶນ​ພາກ​ລັດ​ໃຫ້​ໝົດ. ບົນ​ຈິ​ດໃຈ​ສ້າງ​ເງື່ອນ​ໄ​ຂ​​ໃຫ້ການ​ລົງທຶນ​ພັດທະນາ, ທຸກພາກສ່ວນ​ເສດຖະກິດ, ພິ​ເສດ​ແມ່ນ​ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງຂອງ ​ແທງ​ຮ໋ວາ .

 

 

ຂ່າວ/ບົດ​ອື່ນ