ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບແຂວງບີງເຟືອກ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບແຂວງບີງເຟືອກ - ảnh 1
ທ່ານ ນາຍົກລັດຖະມົນຕີຫງວຽນຊວນຟຸກ
ເຮັດວຽກກັບແຂວງບີງເຟືອກ
(ພາບ: baochinhphu.vn)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 02/01, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ​​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ​ແຂວງ ບີ​ງ​ເຟືອ​ກ. ທ່ານ​ນາຍົກລັດຖະມົນຕີ​ໄດ້ຕີລາຄາ​ສູງ​ບັນດາ​ຜົນງານ ​ເຊິ່ງທາງ​ແຂວງ​ບັນລຸ​​ໄດ້​ໃນ 20 ປີຜ່ານມາ. ​ເພື່ອ​ຊຸ​ກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ ບີ​ງ​ເຟືອ​ກ ຄວນ​ກຳ​ແໜ້ນທີ່​ຕັ້ງ​ສຳຄັນ​ຂອງ​ແຂວງ​ຢູ່​ເຂດ​ຕາ​ເວັນ​ອອກພາກ​ໃຕ້ ດ້ວຍໜອງ 53 ​ແຫ່ງ, ​ແມ່​ນ້ຳ​ກ່ວາ 100 ສາຍ, ​52% ເນື້ອ​ທີ່​​​ໃນທົ່ວ​ແຂວງ​ແມ່ນ​ປ່າ​ໄມ້. ທ່ານ​ນາຍົກລັດຖະມົນຕີ ຕີລາຄາ​ສູງ​​ແຂວງ ບີ​ງ​ເຟືອ​ກ ​ໃນ​ເບື້ອງ​ຕົ້ນ ກໍ່ສ້າງ​ໄດ້​ບາງ​ຮູບ​ແບບ​ກະສິກຳ​ເຕັກ​ໂນ​ໂລຢີສູງ. ທ່ານ​ນາຍົກລັດຖະມົນຕີ ຮຽກຮ້​​ອງ​ແຂວງ​ຕ້ອງ​ມີ​ວິ​ໄສ​ທັດ​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄື​ພັດທະນາ​ພື້ນຖານ​ກະສິກຳ​ຫລາຍ​ຮູບ​ຫລາຍ​ແບບ, ສະຫລາດ, ​ເປັນ​ຮູບ​ແບບ​ຂອງ​ທົ່ວ​ປະ​ເທດ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດ​ຜ່ອນຄວາມທຸກ​ຍາກ​ໃຫ້​ພໍ່​ແມ່​ປະຊາຊົນ​ຊາວກະ​ສິ​ກອນ; ປະຕິບັດ​ແຜນຜັງ​ທີ່​ດິນ, ປ່າ​ໄມ​້, ຊັບຊ້ອນນິຄົມ​ປ່າ​ໄມ້​ຄືນ​​ໃໝ່, ຮັບປະກັນ​ທີ່​ດິນ​ໃຫ້​ຄົນ​ທຸກ​ຍາກ, ຄົມຊົນ​ເຜົ່າ​ສ່ວນ​ນ້ອຍ​ທີ່​ທຸກ​ຍາ​ກຂາດ​ທີ່​ດິນ​. ​ເນັ້ນ​ໜັກ​ເຖິງ​ແຫຼ່ງຊັບພະຍາກອນ​ມະນຸດ​ແມ່ນ​ສຳຄັນ​ທີ່ີສຸດ ​ເພື່ອ​ໃນ​ການນຳ​ຄຸ້ມ​ຄອງ​ຮອບດ້ານ, ພິ​ເສດ​ແມ່ນ​​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ. ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນຊວນ​ຟຸກ ສະ​ເໜີ​ການ​ນຳ​ບັນດາ​ພະ​ແນ​ກ, ຂະ​ແໜງ​ການ​ຂອງ​ແຂວງ​ຕ້ອງ​ເຂົ້າ​ໃຈ​ຂົງ​ເຂດທີ່​ຕົນ​ຄຸ້ມ​ຄອງ​, ກຳ​ແໜ້ນວິຊາ​ການ ​ແລະ ກົດໝາຍ​ເພື່ອ​ເປັນ​ເສນາ​ທິການ​ໃຫ້ການ​ນຳ​ແຂວງ.

 

ຂ່າວ/ບົດ​ອື່ນ