ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໂອ້ລົມສົນທະນາກັບບັນດານັກລົງທຶນແຖວຫນ້າຂອງເຢຍລະມັນ

(VOVWORLD) -ຕອນບ່າຍວັນທີ 6 ກໍລະກົດ, ທີ່ການຕ້ອນຮັບບັນດາວິສາຫະກິດແຖວຫນ້າຂອງເຢຍລະມັນໃນຫລາຍຂົງເຂດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກແຈ້ງໃຫ້ບັນດາວິສາຫະກິດເຢຍລະມັນຮັບຊາບກ່ຽວກັບສະຖານທີ່ລົງທຶນທີ່ດູດດື່ມຢູ່ຫວຽດນາມ 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໂອ້ລົມສົນທະນາກັບບັນດານັກລົງທຶນແຖວຫນ້າຂອງເຢຍລະມັນ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໂອ້ລົມສົນທະນາກັບບັນດາວິສາຫະກິດແຖວຫນ້າຂອງເຢຍລະມັນ

ພາບ:baochinhphu.vn

ດ້ວຍເສດຖະກິດເຕີບໂຕຢ່າງວ່ອງໄວ, ມີຄວາມສະຖຽນລະພາບດ້ານມະຫາພາກ, ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດພວມໄດ້ຮັບການປັບປຸງນັບມື້ນັບສະດວກຈາກລັດຖະບານ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ ເຢຍລະມັນແມ່ນຫນຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກສະເຫນີບັນດານັກລົງທຶນເຢຍລະມັນຈົ່ງລົງທຶນຢູ່ຫວຽດນາມ ຢ່າງແຮງກວ່າ ພິເສດແມ່ນຂົງເຂດປະຢັດພະລັງງານ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ລັດຖະບານຫວຽດນາມ ສົ່ງເສີມການລົງທຶນຂອງພາກເອກະຊົນກໍຄືການລົງທຶນຕ່າງປະເທດກ່ຽວກັບຂົງເຂດການເງິນສາທາລະນະສຸກ ຄື: ປະກັນສຸຂະພາບ, ອຸປະກອນການແພດ, ການຢາ, ການກໍ່ສ້າງພື້ນຖານໂຄງລ່າງເບິ່ງແຍງສຸຂະພາບກໍ່ຄືບັນດາໂຮງໝໍ ນັບທັງສົ່ງເສີມການຮູບການຮ່ວມມືລົງທຶນ ພາກລັດ ເອກະຊົນ. ລັດຖະບານຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງທຸກເງື່ອນໄຂ, ເອົາໃຈໃສ່ເຖິງຄວາມມຸ້ງມາດປາດຖະຫນາອັນຊອບທຳຂອງນັກລົງທຶນ, ຖືໄຊຊະນະຂອງບັນດານັກລົງທຶນແມ່ນໄຊຊະນະຂອງຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ