ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໃຫ້ການຕ້ອງຮັບທ່ານAleksey Millerປະທານກຸ່ມບໍລິສັດGazprom,ສະຫະພັນລັດເຊຍ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໃຫ້ການຕ້ອງຮັບທ່ານAleksey Millerປະທານກຸ່ມບໍລິສັດGazprom,ສະຫະພັນລັດເຊຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
ຕ້ອນ​ຮັບ ທ່ານ Aleksey Miller
(ພາບ: VGP)

(vovworld) – ຕອນ​ບ່າຍ​ວັນ​ທີ 26/4 ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທີ່​ພິ​ທີ​ຕ້ອນ​ຮັບ ທ່ານAleksey Millerປະ​ທານ​ກຸ່ມ​ບໍ​ລິ​ສັດGazprom,ສະ​ຫະ​ພັນ​ລັດ​ເຊຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ ການ​ຮ່ວມ​ມືດ້ານ​ພະ​ລັງງານ ເປັນໜຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳ​ສຳ​ຄັນ​ ໃນ​ການ​ພົວ​ພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ-ສະ​ຫະ​ພັນ​ລັດ​ເຊຍ; ​ ຫວຽດ​ນາມ ຢືນ​ຢັນ​ວ່າ ຍາມ​ໃດ​ກໍ່​ປາດ​ຖະ​ໜາ ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ ລະ​ຫວ່າງ ສອງ​ປະ​ເທດ​ ນັບ​ມື້​ນັບ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ ແລະ ກວ້າງ​ເລິກ​ກວ່າ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ Gazprom ສະ​ໜັບ​ສະ​ໜູນ ແລະ ສ້າງ​ເງື່ອນ​ໄຂ​ ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວ​ມ​ມື ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ນ້ຳ​ມັນ​ອາຍ​ແກັດ ຫວຽ​ດ​ນາມ ຢູ່ ສະ​ຫະ​ພັນ​ລັດ​ເຊຍ.

         ສ່ວນ​ ທ່ານ Aleksey Miller ປະ​ທານ​ກຸ່ມ​ບໍ​ລິ​ສັດ Gazprom ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ Gazprom ແລະ Petro ຫວຽດ​ນາມ ຈະລົງ​ນາມໃນບົດ​ບັ​ນ​ທຶກ​ຊ່ວຍ​ຈຳ ຂໍ້​ຕົກ​ລົງ​ການ​ຮ່ວມ​ມື, ນຳ​ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ສອງ​ປະ​ເທດ ນັບ​ມື້​ນັບ​ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

ຂ່າວ/ບົດ​ອື່ນ