ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໃຫ້ການຕ້ອນຮັບການນຳທະນາຄານລົງທຶນ Goldman Sachs

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໃຫ້ການຕ້ອນຮັບການນຳທະນາຄານລົງທຶນ Goldman Sachs - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
ຕ້ອນ​ຮັບ​ ທ່ານ Andrea Vella
(ພາບ: VGP/QuangHieu)

(vovworld) – ໃນ​ຕອນ​ບ່າຍວັນທີ 26/4, ຢູ່ ຮ່າ​ໂນ້ຍ, ທີ່​ການ​ຕ້ອນ​ຮັບ​ ທ່ານ Andrea Vella, ຜູ້​ອຳ​ນວຍ​ການ​ ຝ່າຍບໍ​ລິ​ຫານ, ຫົວໜ້າ​ທະ​ນາ​ຄານ​ລົງ​ທຶນ Goldman Sachs ອາ​ຊີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ​ ຫວຽດ​ນາມ ກຳ​ລັງ​ຢູ່​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ, ​ຄວາມ​ຕ້ອງ​ການ ກ່ຽວ​ກັບ ​ທຶນໃນ​ການ​ລົງ​ທຶນ ໄລ​ຍະ​ຍາວ ໃຫ້​ພື້ນ​ຖານ​ໂຄງ​ລ່າງ ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ. ຫວຽດ​ນາ​ມ​ ສົ່ງ​ເສີມ​ບັນ​ດາ​ຮູບ​ການ ການ​ລົງ​ທຶນ​ໂດຍ​ກົງ ຫຼື​ ຄູ່​ຮ່ວມ​ມື, ການ​ຮ່ວມ​ມືພາກ​ລັດ-ເອ​ກະ​ຊົນ (PPP), ພັດ​ທະ​ນາ​ຊົນ​ນະ​ບົດ, ຮັບ​ມື​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ… ບົນ​​ພື້ນ​ຖານຈິດ​ໃຈ​ນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາວ່າ Goldman Sachs ຈະຕັ້ງ​ໜ້າ​ເຂົ້າ​ຮ່ວມ​ວິ​ວັດ​​ການ ຫັນບັນ​ດາ​ວິ​ສາ​ຫະ​ກິດ ຢູ່ ຫວຽດ​ນາມ ​ເປັນ​ຫຸ່ນ​ສ່ວນ, ບັນ​ດາ​ການ​ເຄື່ອນ​ໄຫວ ​ຊື້​-ຂາຍ ແລະ ​ໂຮມ​ເຂົ້າ​ກັນ (M&A). ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ຢືນຢັນ​ວ່າ:​ ຫວຽດ​ນາມ  ໃຫ້​ຄຳ​ໝັນ​ສັນ​ຍາ ສ້າງ​ສະ​ຖຽນ​ລະ​ພາບ​ເສດ​ຖະ​ກິດ​ມາ​ຫາ​ພາກ ກໍ່​ຄື​ການ​ສ້າງ​ທຸກ​ເງື່ອນ​ໄຂ ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ດຳ​ເນີນ​ທຸ​ລະ​ກິດ​ສະ​ດວກ, ຍາວ​ນານ ຢູ່​ຫວຽດ​ນາມ, ໃນ​ນັ້ນ​ມີ Goldman Sachs. ສ່ວນ ທ່ານ Andrea Vella ໃຫ້​ຮູ້​ວ່າ: Goldman Sachs ​ໄດ້ ແລະ ກຳ​ລັງ ຕັ້ງ​ໜ້າເຂົ້າ​ຮ່ວມ​ ການ​ຮຽກ​ຮ້ອງ​ເງິນ​ລົງ​ທຶນ​ພັດ​ທະ​ນາ ບັ​ນ​ດາ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ ຢູ່​ ຫວຽດ​ນາມ.

ຂ່າວ/ບົດ​ອື່ນ